ພະແນກຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ແກ່ ພະນັກງານ-ນັກຮົບ ພາຍໃນເທດສະບານເມືອງປາກຊັນປະກອບມີ: ຫ້ອງວ່າການປົກຄອງເມືອງປາກຊັນ, ກອງບັນ ຊາການທະຫານແຂວງ, ກອງບັນຊາການທະຫານເມືອງ ໃນຕົ້ນເດືອນພຶດສະພາ 2018 ນີ້, ນໍາໂດຍ ພັທ ສໍາລານ ແກ້ວອໍາພອນ ຮອງຫົວໜ້າຫ້ອງຕຳຫຼວດ, ຜູ້ຊີ້ນຳວຽກງານຈະລາຈອນ, ເປັນກຽດເຂົ້າໂດຍ ທ່ານ ມະນີວົງ ຈັນທະວົງ ປະທານກວດກາພັກ-ລັດເມືອງ ມີບັນດາພະນັກງານ-ນັກຮົບກໍາລັງ ປກຊ ຕະຫຼອດຮອດພະນັກງານຖະກອນ, ຫ້ອງ ວ່າການປົກຄອງເມືອງປາກຊັນ ເຂົ້າຮ່ວມ.
ພັຕ ບຸນມີ ລໍວັນໄຊ ຮອງພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ເຜີຍແຜ່ເອກະສານ ຄື: ເອກະ ສານການຍ່າງ, ການຂີ່ລົດຖີບ, ຄົນຂັບລົດໄຖນາເດີນຕາມ, ການຮັກສາ ແລະ ປ່ອຍສັດລ້ຽງ, ການນໍາໃຊ້ ແລະ ປົກ ປັກຮັກສາຂອບເຂດທາງຫຼວງ, ການຂັບຂີ່ລົດຈັກ ແລະ ລົດໃຫຍ່ ໂດຍສະເພາະຍັງເນັ້ນໜັ້ກໃຫ້ພະນັກງານ-ນັກຮົບ ຕະຫຼອດເຖິງຜູ້ທີ່ນໍາໃຊ້ລົດ-ໃຊ້ຖະໜົນ ຕາມເສັ້ນທາງຕ່າງໆໃຫ້ເອົາໃຈໃສ່ຮຽນຮູ້ ແລະ ເຂົ້າໃຈແຈ້ງພາກທິດສະດີຂັ້ນ ພື້ນຖານໃນການສັນຈອນຕາມເສັ້ນທາງຫຼວງໃນເວລາເດີນທາງຂັບຂີ່ລົດ ເພື່ອໃຫ້ ມີຄວາມເປັນເອກະພາບກັນນຳ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຫຼັງຈາກນັ້ນ, ຍັງໄດ້ຮັບຊົມການສາຍວີດີໂອເຫດການຕົວຈິງຂອງການເກີດອຸ ບັດຕິເຫດຈາກການບັນທຶກພາບຂອງກ້ອງວົງຈອນປິດຢູ່ບັນດາໄຟອຳນາດ, ຕົວເມືອງ ແລະ ຕາມເສັ້ນທາງຕ່າງໆ ຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍຂອງການເກີດອຸບັດຕິເຫດ, ຂັບຂີ່ລົດໂດຍປະໝາດ, ດື່ມເຫຼົ້າເມົາແລ້ວຂັບ ຫຼື ອາ ຍຸບໍ່ເຖິງກະສຽນຂັບລົດ ແລະ ຂັບລົດບໍ່ໃຫ້ກຽດເຊິ່ງກັນແລະກັນ, ເຊິ່ງເປັນສາຍເຫດທີ່ພາໃຫ້ເກີດອຸບັດຕິເຫດ; ນອກນັ້ນ, ທາງກອງໂຄສະນາ ພະແນກຈະລາຈອນ ປກສ ແຂວງ ຍັງໄດ້ຈັດກິດຈະກຳໃຫ້ມີການຖາມ-ຕອບແລກ ປ່ຽນລະຫວ່າງພະນັກງານ-ນັກຮົບ, ພະງານລັດຖະກອນຕື່ມອີກ.
ໃນຕອນທ້າຍ, ຜູ້ຊີ້ນຳວຽກງານຈະລາຈອນຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ຮັບຟັງການບັນລະຍາຍເອກະສານ ກ່ຽວກັບກົດລະບຽບການສັນຈອນໃນຄັ້ງນີ້ ຈົ່ງນໍາເອົາເນື້ອໃນຈິດໃຈໄປຈັດຕັ້ງປະຕິບັດ, ພ້ອມກັນເອົາໃຈໃສ່ສຶກສາ ອົບຮົມ, ແນະນໍາລູກຫຼານຂອງຕົນເອງໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ຍົກສູງສະຕິໃນເວ ລາໃຊ້ລົດ-ໃຊ້ຖະໜົນ, ໃຫ້ຖຶກຕ້ອງຕາມ ລະບຽບການສັນຈອນ ເພື່ອຫຼີກລ່ຽງຈາກການເກີດອຸບັດຕິເຫດ ແລະ ຜົນ ຮ້າຍຕາມມາໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.