ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດພິທີເລົ່າຄືນມູນເຊື້ອວັນຜາວົງປິດລ້ອມກອງພັນທີ II ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳແນວລາວຮັກຊາດ, ເຊິ່ງພິທີເລົ່າຄືນມູນເຊື້ອໄດ້ໃນທ້າຍອາທິດທີ່ຜ່ານມານີິ້ ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກາຖາໂດຍ ພົຈວ ສົມ ຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ມີບັນດານາຍ ແລະ ພົນຕຳຫຼວດທຸກພາກສ່ວນເຂົ້າຮ່ວມ.

ພົຈວ ສົມຈັນ ແກ້ວຈັນດາ ເລົ່າວ່າ: ການຜ່າວົງປິດລ້ອມຂອງກອງພັນທີ II ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ-ຂອງພັກ, ຂອງກອງທັບ ແລະ ບົດຮຽນອັນລໍ້າຄ່າທີ່ສຸດຂອງຂະບວນການຕໍ່ສູ້ຂອງທັບປະຊາຊົນລາວ ທີ່ຍາດໄດ້ໄຊຊະນະໃນໄລຍະຕໍ່ມາ, ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກສັດຕູ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ສາມັກຄີເປັນຈິດໜຶ່ງໃຈດຽວ, ມີຄວາມອົດທົນເດັດດ່ຽວ, ບໍ່ຄອນແຄນຕໍ່ການນາບຂູ່ຂອງສັດຕູຍ້ອນການຊີ້ນຳໆພາອັນຖືກຕ້ອງ, ສະຫຼາດສ່ອງໃສຂອງຝ່າຍແນວລາວຮັກຊາດ. ສະນັ້ນ, ກອງພັນທີ II ຈຶ່ງສາມາດອອກຈາກວົງປິດລ້ອມຂອງສັດຕູໄດ້ຢ່າງມີໄຊ ແລະ ສືບຕໍ່ປັບປຸງກໍາລັງທະຫານ, ນຳພາປະຊາຊົນລາວຕໍ່ສູ້ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

ຈາກນັ້ນ, ໄດ້ຫວນຄືນເຖິງເຫດການທີ່ບັນດາຜູ້ນຳແນວລາວຮັກຊາດໂຕນຄຸກຢ່າງມະຫັດສະຈັນ ຍ້ອນການຊີ້ນຳ-ນຳພາທີ່ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທ່ານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳທ່ານອື່ນໆ ສະແດງໃຫ້ເຫັນເຖິງຄວາມເກັ່ງກ້າສາມາດ, ນ້ຳໃຈຮັກຊາດອັດດູດດື່ມ, ມີຄວາມສາມັກຄີຕັດສິນໃຈຕໍ່ສູ້ບໍ່ຍອມຈຳນົນ ແລະ ເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ ດ້ວຍການປຸກລະດົມຂົນຂວາຍສາລະວັດ-ທະຫານລູກຫຼ້ານຂອງປະຊາຊົນລາວຜູ້ຮັກຊາດ ພ້ອມກັນວາງແຜນຫຼອກລວງສັດຕູຢ່າງປິດລັບ. ພາຍຫຼັງທີ່ບັນດາຜູ້ນຳລາວໄດ້ຢູ່ໃນຄຸກເປັນເວລາເກືອບ 300 ວັນ ແລະ ມາຮອດຄໍ່າຄືນຂອງວັນທີ 23-24 ເດືອນ 5 ປີ 1960 ບັນດາຜູ້ນໍາແນວລາວຮັກຊາດ ໄດ້ພ້ອມກັນໂຕນອອກຈາກຄຸກໄປສູ່ເຂດທີ່ໝັ້ນຢ່າງປອດໄພ.