ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນສ້າງບ້ານສາມັກຄີ ໃຫ້ກັບບ້ານດ່ານຊ້າງ ເມືອງໄຊທານີ ນວ ໃນວັນທີ 24 ພຶດສະພາ 2018 ໂດຍການເປັນປະທານຂອງ ທ່ານ ບຸນທ່ຽງ ຂຸນສີ ມີປະທານແນວລາວສ້າງຊາດ ນວ, ປະທານແນວລາວສ້າງຊາດເມືອງ, ນາຍບ້ານໆດ່ານຊ້າງ, ບ້ານອ້ອມຂ້າງ 7 ບ້ານ ແລະ ສະມາຊິກພາຍໃນບ້ານເຂົ້າຮ່ວມ.

ທ່ານ ບົວສີ ເຊີດພາດ ນາຍບ້ານໆດ່ານຊ້າງ ກ່າວວ່າ: ບ້ານດ່ານຊ້າງມີພົນລະເມືອງທັງໝົດ 3.867 ຄົນ ຍິງ 2033 ຄົນ, ມີ 77 ໜ່ວຍ, 761 ຄອບຄົວ ແລະ 752 ຫຼັງຄາເຮືອນ. ໃນນັ້ນ, ມີສະມາຊິກພັກທັງໝົດ 39 ຄົນ ຍິງ 11 ຄົນ, ມີຄະນະແນວລາວສ້າງຊາດ 11 ຄົນ ຍິງ 2 ຄົນ, ມີສະມາຊິກທັງໝົດ 129 ຄົນ ຍິງ 76 ຄົນ ແບ່ງເປັນ 11 ໜ່ວຍ; ສາມາດເກັບລາຍຮັບໄດ້ 5.300.000 ກີບ ແລະ ບ້ານດ່ານຊ້າງ ຍັງມີວັດອີກ 3 ແຫ່ງ, ມີພຣະສົງ 13 ອົງ, ສໍາມະເນນ 10 ອົງ, ແມ່ຊີ 3 ຕົນ ມີລາຍຮັບຈາກການເຮັັດບຸນສິນກິນທານ ແລະ ອອກຕົນຍາດໂຍມໂມທະນາທັງໝົດ 71.699.000 ກີບ ໄດ້ສ້າງສາບູລະນະວັດວາອາຮາມ ໄປແລ້ວ 17.522.000 ກີບ ຍັງເຫຼືອຄົງຄ້າງ 54.177.000 ກີບ, ມີຄອບຄົວທີ່ສາມາດປະຕິບັດໄດ້ຕາມ 14 ມາດຕະຖານ ມີ 741 ຄອບຄົວສະເລ່ຍ 97,371% ແລະ ຄອບຄົວທີ່ປະຕິບັດບໍ່ໄດ້ມີ 20 ຄອບຄົວ ສະເລ່ຍ 2,628%, ສາມາດຈັດແບ່ງປະເພດຄອບຄົວທີ່ສາມາດປະຕິບັດໄດ້ຕາມຂໍ້ແຂ່ງຂັນຄົບ 14 ຂໍ້ ໄດ້ 77 ໜ່ວຍ.

ໃນພິທີ ທ່ານ ບຸນທ່ຽງ ຂຸນສີ ຍັງໄດ້ມອບໃບຢັ້ງຢືນໃຫ້ກັບຄອບຄົວສ້າງບ້ານສາມັກຄີທັງໝົດ 77 ໜ່ວຍ ພ້ອມທັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກັບປະຊາຊົນບັນດາເຜົ່າພາຍໃນບ້ານໃຫ້ສ້າງຄອບຄົວສາມັກຄີ ກໍຄືຄອບຄົວທີ່ຍັງບໍ່ສາມາດປະຕິບັດໄດ້ຕາມ 14 ຂໍ້ແຂ່ງຂັນໃຫ້ໄດ້ 100% ຕາມທີ່ຂັ້ນເທິງລະບຸໄວ້.