ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ບັນດາມະຕິ, ຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ເພື່ອໃຫ້ພະນັກງານຫຼັກແຫຼ່ງຂັ້ນນຳພາ-ບັນຊາຈາກບັນດາກົມກອງອ້ອມຂ້າງ ກະຊວງ ປກສ ໄດ້ເຊື່ອມຊຶມບັນດາເອກະສານສຳຄັນຂອງພັກແລ້ວພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍຢູ່ອົງຄະນະພັກ, ຮາກຖານພັກແຕ່ລະຂັ້ນຢ່າງມີຜົນສຳເລັດ.

ກອງປະຊຸມເຜີຍແຜ່-ເຊື່ອມຊຶມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 24-25 ພຶດສະພາ 2018 ເປັນປະທານໂດຍ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກກະຊວງ, ພະນັກງານຂັ້ນນຳພາ-ບັນຊາຈາກກົມກອງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມຮັບຟັງ.

ເອກະສານທີ່ນຳມາເຜີຍແຜ່ໃນມື້ວານ ( ວັນທີ 24 ) ມີ: ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ໂດຍແມ່ນບັນດາສະຫາຍໃນຄະນະພັກກະຊວງ ປກສ ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານ.

ສະເພາະເອກະສານຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງ ປກສ ເຜີຍແຜ່ໃຫ້ຮູ້ວ່າ: ກົມການເມືອງສູນກາງພັກ ອອກຄຳສັ່ງສະບັບນີ້ເຖິງຄະນະພັກທຸກຂັ້ນໃນທົ່ວປະເທດມີຈຸດປະສົງຄາດໝາຍ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານອັນໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນທັງເປັນການຍົກສູງຄຸນນະພາບຂອງພັກໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ.

ສຳລັບມື້ນີ້ ( ວັນທີ 25 ) ກະຊວງ ປກສ ຍັງສືບຕໍ່ເຜີຍແຜ່-ເຊື່ອມຊຶມບັນດາເອກະສານສຳຄັນຂອງພັກກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານອີກຈຳນວນໜຶ່ງ.