ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທິດສະດີການເມືອງ ແລະ ການປົກຄອງຂອງສານໃນທົ່ວປະເທດ ຕ້ອງຢຶດຖືຈັນຍາບັນ-ຈັນຍາທໍາໃນການຕັດສິນຄະດີ, ບໍ່ລໍາອຽງເຂົ້າຂ້າງ-ອອກຂາ, ປົກປິດຊຸກເຊື່ອງຫຼັກຖານ ຫຼື ກົດໜ່ວງການດໍາເນີນຄະດີ ເພື່ອຮັບປະກັນການຕັດສິນໃຫ້ຖືກຕ້ອງ, ໃນໂອກາດທີ່ເຂົ້າປິດຝຶກອົບຮົມການເມືອງການປົກຄອງໄລຍະ 45 ວັນ ຊຸດທີ 3 ໃນວັນທີ 25 ພຶດສະພາ 2018 ໂດຍມີນັກສໍາມະນາກອນທັງໝົດ 84 ຄົນ ຍິງ 25 ຄົນ.

ທ່ານປະທານສານປະຊາຊົນສູງສຸດ ກ່າວວ່າ: ພາຍຫຼັງນັກສໍາມະນາກອນກັບຄືນສູ່ກົມກອງແລ້ວ ຕ້ອງນໍາເອົາທິດສະດີການເມືອງ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ, ຕ້ອງຢຶດຖືຈັນຍາບັນ-ຈັນຍາທໍາຢ່າງເຄັ່ງຄັດ ໂດຍສະເພາະພະນັກງານຂອງສານຄືຜູ້ບໍລິການຮັບໃຊ້ປະຊາຊົນ, ຜູ້ຄົ້ນຄວ້າ ແລະ ຊອກຫາຂໍ້ມູນຫຼັກຖານພິຈາລະນາຕັດສິນໃຫ້ຖືກຕ້ອງເປັນທໍາ ເພື່ອແກ້ໄຂຂໍ້ຂັດແຍ່ງຂອງປະຊາຊົນ ໃຫ້ຖືວ່າປະຊາຊົນທີ່ເຂົ້າມາສານລ້ວນແລ້ວແຕ່ມີຄວາມທຸກຍາກ ຫຼື ເຈັບປວດທາງດ້ານຈິດໃຈ; ດັ່ງນັ້ນ, ຕ້ອງຫາວິທີແກ້ໄຂ ຫຼື ບັນເທົາທຸກຮ້ອນຂອງພວກເຂົາດ້ວຍຄວາມຮັບຜິດຊອບສູງ ເພື່ອສ້າງຄວາມເຊື່ອຖືສັດທາຕໍ່ກັບປະຊາຊົນ ແລະ ຕ້ອງຖືຈັນຍາທໍາທາງດ້ານການປະພຶດ ກໍຄືບ່ໍທໍາໃນສິ່ງທີ່ຜິດກົດໝາຍ ເປັນຕົ້ນບໍ່ລໍາອຽງ ເຂົ້າຂ້າງ ອອກຂາ ປົກປິດຊຸກເຊື່ອງຫຼັກຖານ ຫຼື ກົດໜ່ວງການດໍາເນີນຄະດີທີ່ຈະພາໃຫ້ມີຜົນກະທົບ ຫຼື ທໍາລາຍສິດຜົນປະໂຫຍດຂອງລັດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

ນອກນີ້, ການຄົ້ນຄວ້າຄະດີ ຕ້ອງເກັບກໍາຂໍ້ມູນຫຼັກຖານໃຫ້ຄົບຖ້ວນ ແລະ ພຽງພໍ ໂດຍສະເພາະຢູ່ສານຂັ້ນຕົ້ນ ເພາະວ່າສານຂັ້ນຕົ້ນເປັນປ້ອມດ້ານໜ້າ ແລະ ເປັນບ່ອນທີ່ໃກ້ກັບເຫດການທີ່ສຸດ ດັ່ງນັ້ນຕ້ອງຮັບປະກັນການຕັດສິນໃຫ້ຖືກຕ້ອງ ຖ້າວ່າສານຂັ້ນຕົ້ນເກັບກໍາຫຼັກຖານບໍຄົບຖ້ວນ, ພຽງພໍການຈັດສິນກໍຈະບໍ່ຖືກຕ້ອງແລ້ວກໍຈະແກ້ໄຂຍາກໃນຂັ້ນອຸທອນ, ແຕ່ຖ້າຫາກສານຕັດສິນຖືກຕ້ອງ ແລ້ວຈະສ້າງຄວາມພໍໃຈໃຫ້ກັບຄູ່ຄວາມ ຫຼື ມີການອຸທອນຂຶ້ນມາສານອຸທອນ ກໍຈະຢືນຢັນເອົາຕາມເພາະການຕັດສິນນັ້ນຖືກຕ້ອງແລ້ວ.