ຕົ້ນເດືອນພຶດສະພາ 2018, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂຄະດີຄ້າຂາຍຢາເສບຕິດປະເພດຢາບ້າຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໂພນປ່າ ເປົ້າ ເມືອງສີສັດຕະນາກ ສາມາດກັກຕົວຜູ້ຖືກຫາຊື່ ທ້າວ ບຸດສະດີ ຫຼື ຕິ່ງ ອາຍຸ 26 ປີ ຢູ່ບ້ານຈອມມະນີ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 1 ມັດ ເທົ່າກັບ 2.000 ເມັດ ໄປດຳເນີນຄະດີ.
ຄະດີດັ່ງກ່າວນີ້, ໃນເບື້ອງຕົ້ນທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະໄດ້ຮັບແຈ້ງຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ວ່າ: ໃນວັນທີ 8 ພຶດສະພາ 2018 ຈະມີຄົນລັກລອບຊື້-ຂາຍຢາເສບຕິດປະເພດຢາບ້າຢູ່ເຮືອນພັກແຫ່ງໜຶ່ງເຂດ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍຫຼັງເຈົ້າໜ້າທີ່ຂອງພວກເຮົາ ລົງກວດກາສະຖານທີ່ ຈຶ່ງພົບມູນຄວາມຈິງແທ້. ສະນັ້ນ, ໄດ້ນຳກຳລັງລົງສະກັດລໍຖ້າເປົ້າໝາຍຢູ່ ເຂດດັ່ງກ່າວ, ເມື່ອເປົ້າໝາຍຕ້ອງສົງໄສ ເຂົ້າມາໃນເຮືອນພັກ ຈຶ່ງໄດ້ເຂົ້າກັກຕົວພ້ອມທັງກວດຄົ້ນພົບຢາເສບຕິດປະເພດຢາບ້າ 1 ມັດ ເທົ່າ ກັບ 2.000 ເມັດ ມາສອບສວນ.
ຜ່ານການສືບສວນ-ສອບສວນ ທ້າວ ບຸດສະດີ ຫຼື ຕິ່ງ ສາລະພາບວ່າ: ພາຍຫຼັງສ້າງຄອບຄົວກັບ ນາງ ສຸພາພອນ ມາແຕ່ປີ 2016 ມີ ລູກຊາຍນຳກັນ 1 ຄົນ ແລະ ບໍ່ເຄີຍພົວພັນກັບຢາເສບຕິດປະເພດໃດມາກ່ອນ. ມາໃນໄລຍະ ຕົ້ນເດືອນເມສາ 2018, ໄດ້ຮູ້ຈັກກັບ ທ້າວ ຫຼ້າ ອາຍຸປະມານ 30 ປີ ບໍ່ຮູ້ບ່ອນຢູ່, ທີ່ພົບ ກັນຢູ່ຮ້ານເກມບ້ານສີວິໄລ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ສະໜິດສະໜົມກັນ. ຈາກນັ້ນ, ທ້າວ ຫຼ້າ ໄດ້ບອກວ່າມີຢາບ້າແຕ່ ບໍ່ມີບ່ອນຂາຍ ຖ້າມີບ່ອນຂາຍແມ່ນໃຫ້ຕິດຕໍ່ຫາ. ມາວັນທີ 10 ເມສາ 2018, ທ້າວ ຍາ ອາຍຸ 27 ປີ ບໍ່ຮູ້ທີ່ຢູ່ມາ ຖາມຊື້ຢາບ້ານຳຕົນຢູ່ຮ້ານເກມ ບ້ານສີວິໄລ ຈຳນວນ 10 ເມັດ. ຈາກນັ້ນ, ຕົນກໍໄປຊື້ຢາບ້ານຳ ທ້າວ ຫຼ້າ ມາຂາຍ ໃຫ້ກັບ ທ້າວ ຍາ. ຜ່ານມາເຄີຍໄປຊື້ຢາບ້ານຳ ທ້າວ ຫຼ້າ ມາແລ້ວຈຳນວນ 4 ຄັ້ງ ຄັ້ງທີ 1 ຈຳນວນ 10 ເມັດ, ຄັ້ງທີ 2 ຈຳນວນ 50 ເມັດ, ຄັ້ງທີ 3 ຈຳນວນ 100 ເມັດ, ຄັ້ງ ທີ 4200 ເມັດ. ນອກນີ້, ຍັງໄດ້ຮູ້ຈັກກັບ ທ້າວ ອິບ ອາຍຸປະ ມານ 17 ປີ ຄົນບ້ານດຽວກັນຕົນໄດ້ຖາມ ທ້າວ ອິບ ວ່າ ຮູ້ຈັກບ່ອນຂາຍຢາບ້າບໍ ທ້າວ ອິບ ບອກວ່າຮູ້ຈັກ ແຕ່ ພວກເຂົາຂາຍຈຳນວນຫຼາຍບ່ໍ ຫຼື ຂາຍຍ່ອຍຕົນ ຈຶ່ງໄດ້ ເອົາເບີໂທລະສັບ ທ້າວ ອິບ ໄວ້. ຕົກມາວັນທີ 8 ພຶດສະພາ 2018, ມີໄວລຸ້ນໂທລະສັບມາຫາບອກວ່າຕ້ອງການຢາບ້າ 1 ມັດ ເທົ່າກັບ 2.000 ເມັດ, ຕົນຈຶ່ງໄດ້ໂທລະສັບຫາ ທ້າວ ອິບ ວ່າຕ້ອງການຊື້ຢາບ້າ 1 ມັດ. ຈາກນັ້ນ, ໄດ້ ມີຊາຍເອົາຢາບ້າມາສົ່ງໃຫ້ແຕ່ບໍ່ແມ່ນ ທ້າວ ອິບ ຕົນຈຶ່ງໄດ້ ໂທສະສັບຫາຊາຍທີ່ສັ່ງຊືຢາບ້າ ນັ້ນ ເພື່ອແຈ້ງຈຸດຊື້-ຂາຍໂດຍນັດພົບກັນຢູ່ ເຮືອນພັກແຫ່ງໜຶ່ງເຂດບ້ານໂພນ ປ່າເປົ້າ ເມືອງສັດຕະນາກ ນະຄອນຫຼວງວຽງຈັນ ເມື່ອໄປຮອດຈຸດນັດໝາຍ ກໍມີເຈົ້າໜ້າທີ່ເຂົ້າມາກັກຕົວ ແລະ ກວດຄົ້ນພົບຢາບ້າຈຳນວນດັ່ງກ່າວມາດຳເນີນຄະດີ.