ນັກສຶກສາລະບົບເລັ່ງລັດ 5 ເດືອນ ຮຸ່ນທີ 10 ໄດ້ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ໃຫ້ໂຮງຮຽນທິດສະດີການເມືອງ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 25 ພຶດສະພາ 2018, ຕາງໜ້ານັກສຶກສາມອບໂດຍ ພັທ ປອ ໄຊເພັດ ບຸດດີ ຫົວໜ້າຫ້ອງນັກສຶກສາລະບົບເລັ່ງລັດ 5 ເດືອນ ຮຸ່ນທີ 10 ແລະ ກ່າວຮັບໂດຍ ພັທ ຄຳແວ່ນ ສີຫາລາດ ຮອງອຳນວຍການໂຮງຮຽນທິດສະດີການເມືອງ, ມີຄະນະຄູ-ອາຈານ ແລະ ນັກສຶກສາດັ່ງກ່າວເຂົ້າຮ່ວມ.

ພັທ ປອ ໄຊເພັດ ບຸດດີ ກ່າວວ່າ: ການມອບອຸປະກອນຮັບໃຊ້ຫ້ອງການໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້ໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມສະດວກສະບາຍ, ວ່ອງໄວ ແລະ ມີປະສິດທິພາບກວ່າເກົ່າ; ເຊິ່ງເຄື່ອງທີ່ນຳມາມອບປະກອບມີ ຄອມພິວເຕີຕັ້ງໂຕະ 1 ເຄື່ອງ ພ້ອມລຳໂພງ ແລະ ປິນເຕີ ລວມມູນຄ່າ 9.500.000 ກີບ; ນອກນີ້, ພັທ ນາງ ນວນ ເທບພະວົງ ນັກສຶກສາລະບົບເລັ່ງລັດ 5 ເດືອນ ຮຸ່ນທີ 10 ຍັງໄດ້ມອບຄອບພິວເຕີຕັ້ງໂຕະໃນນາມສ່ວນຕົວ 1 ຊຸດ ມູນຄ່າ 5.000.000 ກີບ ໃຫ້ ຮທມ ປກສ ເພື່ອເຮັດໃຫ້ອຸປະກອນນຳໃຊ້ເຂົ້າໃນຫ້ອງການມີຄວາມພຽງພໍ ແລະ ທັງຮັບປະກັນການຮຽນ-ການສອນມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງສຸດ.

ໂອກາດດຽວກັນ, ພັທ ຄຳແວ່ນ ສີຫາລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບບັນດານັກສຶກສາດັ່ງກ່າວທີ່ເຫັນໄດ້ເຖິງຄວາມສຳຄັນຂອງການຮຽນ-ການສອນ ເວົ້າລວມ, ເວົ້າສະເພາະກໍແມ່ນອຸປະກອນຄອມພິວເຕີທີ່ນຳມາມອບຄັ້ງນີ້ ແລະ ອວຍພອນໄຊໃຫ້ນັກສຶກສາທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນທັງສ່ວນຕົວ ແລະ ຄອບຄົວ ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄືການສຶກສາຄົ້ນຄວ້າຮໍ່າຮຽນຮັບປະກັນສາມາດຕອບສະໜອງໄດ້ຕໍ່ກັບໜ້າທີ່ວຽກງານການເມືອງໃນສະເພາະໜ້າ ແລະ ຍາວນານ.