ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈວຽກງງານກວດກາທົ່ວປະເທດ ປະຈໍາປີ 2017 ຂຶ້ນໃນວັນທີ 25 ພຶດສະພາ 2018 ເພື່ອເປັນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາທົ່ວ ມຊ ໄດ້ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍການເປັນປະທານຂອງທ່ານ ສຈ ປອ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມຊ ມີເລຂາຄະນະພັກຮາກຖານ, ຄະນະບໍດີ, ສະມາຊິກພັກ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານຮັກສາການອະທິການບໍດີ ມຊ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດ ປະຈໍາປີ 2017 ໂດຍຜ່ານບັນດາເອກະສານສຳຄັນ ຄື: ຮ່າງບົດສະຫຼຸບວຽກງານຕິດຕາມກວດກາປີ 2017 ແລະ ທິດທາງແຜນການວຽກງານກວດກາປີ 2018 ຂອງຄະນະກວດກາກະ ຊວງສຶກສາທິການ ແລະ ກິລາ; ບົດແນະນໍາເພີ່ມເຕີມຂອງຄະນະກວດກາສູນກາງພັກ ເລກທີ 04/ຄກສພ ລົງວັນທີ 5 ມັງກອນ 2018 ກ່ຽວກັບສິດຕົກລົງຂັ້ນວິໄນຂັ້ນກ່າວເຕືອນ, ປ່ຽນແປງ ຫຼື ລົບລ້າງຮູບການລົງວິໄນຂອງຄະນະກວດກາພັກແຕ່ຂັ້ນເມືອງ ແລະ ທຽບເທົ່າຂຶ້ນໄປ; ບົດແນະນໍາເລກທີ 27/ຄກສພ ລົງວັນທີ 30 ມັງກອນ 2018 ກ່ຽວກັບການດໍາເນີນຄະດີສໍ້ລາດບັງຫຼວງ; ບົດແນະນໍາ 36/ຄກສພ ລົງວັນທີ 5 ມັງກອນ 2018 ກ່ຽວກັບການກວດກາຜົນການສອບ; ຄໍາສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ.

ໂອກາດດຽວກັນ, ທ່ານຍັງໄດ້ເນັ້ນໃຫ້ບັນດາຄູ-ອາຈານ ຈົ່ງຕັ້ງໃຈນໍາເອົາວຽກງານດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ເຂັ້ມແຂງ, ໜັກແໜ້ນດີຂຶ້ນກວ່າເກົ່າ.