ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວການຈັບຕົວຄົນຮ້າຍກໍ່ເຫດປຸ້ນທະນາຄານພົງສະຫວັນ ສາຂາບ້ານພະຂາວ ແລະ ປຸ້ນທະນາຄານສົ່ງເສີມກະສີກໍາ ສາຂາທ່າງ່ອນ ສອງທະນາຄານຕັ້ງຢູ່ເມືອງໄຊທານີ ໄດ້ແລ້ວໃນວັນທີ 24 ພຶດສະພາຜ່ານມາ ຊື່ ທ້າວ ສົມສະໜິດ ຫຼື ຕູ່ ອາຍຸ 28 ປີ, ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ປັດຈຸບັນ, ເຈົ້າໜ້າທີ່ກໍາລັງໄລ່ຊອກ-ໄລ່ຈັບຜູ້ຮ່ວມກໍ່ເຫດອີກໜຶ່ງຄົນທີ່ກໍາລັງເອົາຕົວຫຼົບໜີ.

ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວໃນວັນທີ 26 ພຶດສະພາ 2018 ວ່າ: ໃນເວລາ 14:40 ໂມງ ຂອງວັນທີ 10 ເມສາ 2018 ໄດ້ມີຄົນຮ້າຍໃຊ້ປືນປຸ້ນທະນາຄານພົງສະຫວັນ ສາຂາບ້ານພະຂາວ ມູນຄ່າເສຍຫາຍ 80 ລ້ານກວ່າກີບ ແລະ ໃນວັນທີ 7 ພຶດສະພາ 2018 ມີຄົນຮ້າຍປຸ້ນທະນາຄານສົ່ງເສີມກະສີກໍາ ສາຂາບ້ານທ່າງ່ອນ ມູນຄ່າຄວາມເສຍຫາຍ 50 ລ້ານກວ່າກີບ; ເຊິ່ງທັງສອງເຫດການແມ່ນມີລັກສະນະຄ້າຍຄືກັນ, ຜູ້ກໍ່ເຫດໄດ້ນໍາໃຊ້ລົດຈັກ, ໃສ່ໝວກກັນ ກະທົບເຂົ້າມາທະນາຄານ, ເອົາແພປິດປາກເພື່ອປົກປິດໃບໜ້າ ແລະ ນໍາໃຊ້ປືນບໍ່ຊາບຊະນິດຈີ້ໃສ່ພະນັກງານໃຫ້ເອົາເງິນໃສ່ຖົງທີ່ກຽມໄວ້; ຈາກນັ້ນ, ກໍຂັບຂີ່ລົດຈັກຫຼົບໜີຈາກສະຖານທີ່ເກີດເຫດຢ່າງວ່ອງໄວ. ຈາກເຫດການທີ່ເກີດຂຶ້ນ, ພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ເມືອງໄຊທານີ ເພື່ອຊອກຫາເປົ້າໝາຍກໍ່ການກະທໍາຜິດໃນຄັ້ງນີ້; ຜ່ານການກວດກາເກັບກໍາຂໍ້ມູນ, ຄັດຈ້ອນບັນດາເປົ້າໝາຍຕ່າງໆ ສົມທົບກັບຮູບພາກບຈາກກ້ອງວົງຈອນປິດ ຈຶ່ງສາມາດກໍານົດຮູບປະພັນສັນຖານໄວ້ເປົ້າໝາຍໄດ້ຢ່າງຊັດເຈນ ຈຶ່ງອອກໄລ່ລ່າສາມາດຈັບຕົວຜູ້ສົງໄສກໍ່ເຫດໄດ້ 1 ຄົນຄື ທ້າວ ສົມສະໜິດ ໃນວັນທີ 24 ພຶດສະພາ 2018.

ຜ່ານການສອບສວນ ຜູ້ຖືກຫາສາລະພາບວ່າ: ໄດ້ຮ່ວມກັບໝູ່ອີກ 1 ຄົນ ຊື່ ທ້າວ ຫຼ້າ ວາງແຜນປຸ້ນທະນາຄານ ໂດຍແມ່ນ ທ້າວ ຫຼ້າ ເປັນຜູ້ໄປຕິດຕາມເບິ່ງສະພາບພື້ນທີ່, ເສັ້ນທາງ, ສະຖານທີ່ບ່ອນຈະລົງມືປຸ້ນ. ພາຍຫຼັງໄດ້ຕົກລົງກັນແລ້ວ ທ້າວ ຫຼ້າ ເປັນຜູ້ຊອກ ຫາລົດຈັກມາໃຫ້ເປັນລົດໂຄລາວແດງດໍາ ບໍ່ມີປ້າຍທະບຽນ. ຈາກນັ້ນ, ໄດ້ພາກັນຂີ່ລົດຈັກຄົນລະຄັນມຸ່ງໜ້າໄປທາງບ້ານພະຂາວ ເປົ້າໝາຍ ເພື່ອປຸ້ນທະນາຄານພົງສະຫວັນ ສາຂາບ້ານພະຂາວ, ພໍຮອດເຂດບ້ານດັ່ງກ່າວ ທ້າວ ຫຼ້າ ໄດ້ຂີ່ລົດຈັກເຂົ້າປໍ້ານໍ້າມັນແຫ່ງໜຶ່ງໃກ້ກັບທະນາຄານ. ສ່ວນ ທ້າວ ສົມສະໜິດ ໄດ້ຂີ່ລົດຈັກກາຍໄປທາງບ້ານຊ້າງຄູ້ ຈອດລົດຢູ່ແຄມທາງເພື່ອຖ້າໂອກາດລົງມືປຸ້ນ; ຈາກນັ້ນ, ທ້າວ ຫຼ້າ ຂີ່ລົດຈັກໄປຫາທັງໃຫ້ສັນຍານລົງມືປຸ້ນ ແລະ ໄດ້ຂີ່ລົດຈັກເຂົ້າໄປເສັ້ນທາງຮ່ອມໄປຈອດຢູ້ໜ້າຮ້ານຂາຍເຄື່ອງ ທໍາທ່າຖາມຊື້ນໍ້າ ແຕ່ບໍ່ຊື້. ແລ້ວຍ່າງເຂົ້າໄປທະນາຄານ ຈັບບິກ ແລະ ເຈ້ຍຖອນເງິນ ແຕ່ບໍ່ໄດ້ຂຽນຫຍັງໃສ່ ພໍໄດ້ໂອກາດ ກໍຈົກປືນຢູ່ແອວທີ່ກຽມມາອອກມາຈີ້ໃສ່ຜູ້ຊາຍທີ່ຢືນຢູ່ເຄົາເຕີບ່ອນຈ່າຍເງິນ ແລະ ສາກປືນໃສ່ພະນັກງານ ພ້ອມຍື່ນຖົງທີ່ກຽມມາ ແລະ ບອກໃຫ້ພະນັກງານເອົາເງິນໃສ່ຖົງ; ຈາກນັ້ນ, ຮີບຟ້າວໄປເອົາລົດຈັກທີ່ຈອດໄວ້ຫຼົບໜີໄປທາງບ້ານພະຂາວ ມຸ່ງໜ້າໄປຫ້ອງເຊົ່າຂອງ ທ້າວ ຫຼ້າ ຢູ່ບ້ານດົງປາແຫຼບ, ສ່ວນຈຳນວນເງິນທີ່ໄດ້ໄປ ບໍ່ຮູ້ວ່າມີຫຼາຍປານໃດ.

ສໍາລັບປຸ້ນທະນາຄານສົ່ງເສີມກະສິກໍາ ສາຂາທ່າງ່ອນ ໄດ້ເກີດຂຶ້ນໃນວັນທີ 7 ພຶດສະພາ 2018 ເຊິ່ງກ່ອນລົງມືປຸ້ນ ໃນເວລາປະມານ 10:00 ໂມງ ໄດ້ມີການວາງແຜນປຸ້ນເອົາເງິນ, ເຊິ່ງ ທ້າວ ຫຼ້າ ໄດ້ຂີ່ລົດຈັກເວບ 100 ສີປອນ ອອກຈາກຫ້ອງແຖວບ້ານດົງປາແຫຼບ ເມືອງຈັນທະບູລີ ໄປເລາະເບິ່ງພື້ນທີ່ຈະປຸ້ນ, ຕົກຮອດເວລາປະມານ 13:00 ໂມງ ຂອງວັນດຽວກັນ ທ້າວ ຫຼ້າ ກັບຄືນມາຫ້ອງແຖວ ແລ້ວບອກວ່າ ໃຫ້ໄປປຸ້ນທະນາຄານສົ່ງເສີມກະສີກໍາ ສາຂາທ່າງ່ອນ; ຈາກນັ້ນ, ໄດ້ຂີ່ລົດຈັກມຸ່ງໜ້າໄປຫາຈຸດເປົ້າໝາຍທີ່ຈະປຸ້ນ, ຮອດປະມານ 14:00 ໂມງ ໄດ້ຂີ່ລົດກາຍທະນາຄານ ສັງເກດເຫັນບໍ່ມີຄົນຫຼາຍ ຈຶ່ງຂີ່ລົດກັບຄືນ ແລະ ໄດ້ຈອດລົດໄວ້ແຄມທາງ ຍ່າງເຂົ້າໄປທະນາຄານເອົາປືນຈີ້ໃສ່ຄົນມາໃຊ້ບໍລິການ ແລະ ພະນັກງານຂອງທະນາຄານໃຫ້ເກັບເງິນໃສ່ຖົງທີ່ກຽມມາ ພໍໄດ້ແລ້ວກໍກັບໄປຂີ່ລົດຈັກທີ່ຈອດໄວ້ ແລ້ວຂີ່ໄປຫາທ້າວ ຫຼ້າ ຢູ່ຫ້ອງແຖວບ້ານດົງປາແຫຼບ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ທ້າວ ສົມສະໜິດ ເປັນຄົນຕິດຢາເສບຕິດ ແລະ ຜ່ານມາຖືກສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດເປັນເວລາ 6 ປີ ກັບ 6 ເດືອນ ໃນຂໍ້ຫາຊິງຊັບພົນລະເມືອງ, ຖືກປ່ອຍຕົວໃນເດືອນມັງກອນ 2016 ໃນເວລາປະຕິບັດໂທດຢູ່ຄ້າຍຄຸມຂັງ-ດັດສ້າງຊໍ້າເຄ້ ແລະ ໄດ້ຮູ້ຈັກກັບ ທ້າວ ຫຼ້າ ໃນນາມເປັນນັກໂທດ ຈຶ່ງໄດ້ມາຮ່ວມກັນປຸ້ນໃນຄັ້ງນີ້ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ກໍາລັງໄລ່ຊອກ-ໄລ່ຈັບ ທ້າວ ຫຼ້າ ມາດໍາເນີນຄະດີ.