ເຈົ້າໜ້າທີ່ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ລົງໂຄສະນາ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ພໍ່-ແມ່ປະຊາຊົນບ້ານແທ່ນໂທ້-ແທ່ນລອດ ກຸ່ມບຸນຖິ່ນ ເມືອງຄໍາ ແຂວງ ຊຽງຂວາງ ໃນທ້າຍອາທິດຜ່ານມາ, ເຜີຍແຜ່ໂດຍ ພັທ ປາກໍລໍ່ ຢົງວື ຮອງຫົວໜ້າພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ, ມີອໍານາດການປົກຄອງ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ.
ຈຸດປະສົງໃນການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ພໍ່-ແມ່ປະຊາຊົນບ້ານ ແທ່ນໂທ້-ແທ່ນລອດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ທັງເປັນການປູກຈິດສຳນຶກໃຫ້ຮູ້ເຖິງພິດໄພ ແລະ ຜົນຮ້າຍຂອງ ຢາເສບຕິດ ຖ້າເມື່ອຜູ້ໃດນຳຕົວເຂົ້າໄປຫຍຸ້ງກ່ຽວຈະພາໃຫ້ສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊີວິດ ຂອງຜູ້ເສບ, ເຮັດໃຫ້ສະໝອງຖືກທຳລາຍ, ເປັນບ້າເສຍຈິດ, ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ເກີດບັນຫາຂີ້ລັກ ງັດແງະ, ປຸ້ນຈີ້ຊີງຊັບ, ອາລະວາດຕີກັນ ແລະ ບັນຫາອື່ນໆ ພ້ອມດຽວກັນນັ້ນ ຜູ້ໃດຫາກຜະລິດປຸງແຕ່ງ, ຊື້-ຂາຍ, ຈຳໜ່າຍ, ມີໄວ້ຄອບຄອງ ກໍຈະຖືກລົງໂທດຕາມລະບຽບກົດໝາຍ.
ໂອກາດດຽວກັນ, ພັທ ປາກໍລໍ່ ຢົງວື ໄດ້ຕາງໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ມອບເຄື່ອງນຸ່ງຫົ່ມໃຫ້ປະ ຊາຊົນທີ່ທຸກຍາກໃນບ້ານດັ່ງກ່າວ ຈຳນວນ 21 ຄອບຄົວ ມີ: ຜ້າຫົ່ມ ຈຳນວນ 71 ຜືນ, ໝອນ 70 ໜ່ວຍ, ແພປູ 72 ຜືນ ລວມມູນຄ່າ 4.500.000 ກີບ.