ວັນທີ 29 ພຶດສະພາ ຜ່ານມານີ້, ພົຈວ ຮວ່າງ ກວາງເຫືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ, ໃຫ້ການຕ້ອນຮັບໂດຍ ພັອ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ພ້ອມດ້ວຍຄະນະ.

ໂອກາດນີ້ຕ້ອນຮັບໃນຄັ້ງນີ້ ພັອ ບຸນລົດ ຄໍາແພງພັນ ໄດ້ລາຍງານສະພາບການໂດຍຫຍໍ້ທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ເຄື່ອນໄຫວປະຕິບັດໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ພົວພັນເຖິງຄວາມບໍ່ສະຫງົບທັງສອງປະເທດ ເປັນຕົ້ນແມ່ນບັນຫາຄ້າຂາຍຢາເສບຕິດ, ຄ້າຂາຍເຖື່ອນ, ລັກລີ້ຊ່ອນຕັ້ງພູມລໍາເນົາ ແລະ ລະເມີດລະບຽບຄຸ້ມຄອງຊາຍແດນ. ໃນປີ 2017 ຜ່ານມາ, ກຳລັງ ປກສ ແຂວງຊຽງຂວາງ ໄດ້ຮ່ວມກັບທະຫານຊາຍແດນແຂວງເຫງະອານ ລົງມ້າງຄະດີຄ້າຂາຍຢາເສບຕິດໄດ້ 3 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 5 ຄົນ, ຢຶດຂອງກາງຢາເສບຕິດໄດ້ 16.000 ເມັດ, ເຮໂຣອິນ 12 ແທ່ງ, ສານຄາເຟອິນ 1.875 ກິໂລກຼາມ, ພືດອັດແທ່ງຄ້າຍຄືກັນຊາ 6.198 ກິໂລກຼາມ, ໄມ້ຂະຍຸງ 9.013 ກິໂລກຼາມ ແລະ ໄມ້ປະສົມ 19.164 ແມັດກ້ອນ.

ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນ ເພື່ອເປັນທິດທາງໃນການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ພ້ອມກັນແກ້ໄຂບັນຫາທີ່ອາດເກີດຂຶ້ນຕາມບໍລິເວນຊາຍແດນ ເປັນຕົ້ນບັນຫາຄ້າຂາຍຢາເສບຕິດ, ຄ້າຂາຍເຖື່ອນ, ລັກລີ້ຊ່ອນຕັ້ງພູມລໍາເນົາ ແລະ ລະເມີດລະບຽບຄຸ້ມຄອງຊາຍແດນທັງສອງປະເທດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໃນວັນດຽວກັນ, ພົຈວ ຮວ່າງກວາງ ເຫືອງ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເຈົ້າແຂວງໆຊຽງຂວາງ ຕື່ມອີກ.