ໃນອາທິດຜ່ານມາ, ນັກສຶກສາໂຮງຮຽນ ປກສ ຊັ້ນກາງ ເລກ 3 ຮຸ່ນທີ VII ໄດ້ສະຫຼຸບຜົນງານຂອງການລົງຝຶກຫັດໃນໄລຍະ 2 ເດືອນ ຢູ່ກອງບັນຊາການ ປກສ ເມືອງລະຄອນເພັງ ແຂວງສາລະວັນ; ໂດຍການເປັນປະທານຂອງ ພັທ ສີເຟືອງ ສິງສຸພົນ ຫົວໜ້າພະແນກໂຄງການການຮຽນ-ການສອນ ທັງແມ່ນຜູ້ຊີ້ນຳນັກສຶກສາທີ່ລົງຝຶກຫັດຊຸດນີ້ ແລະ ພັທ ບັນດິດ ບຸນມາກມູນ ຫົວໜ້າກອງບັນຊາການ ປກສ ເມືອງລະຄອນເພັງ, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານໂຮງຮຽນ ປກສ ຊັ້ນກາງ ເລກ 3, ບັນດາພະແນກ, ຄູ-ອາຈານ ແລະ ນັກຮຽນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ວຽງໄຊ ຍຸດຕິທຳ ຮອງພະແນກໂຄງການການຮຽນ-ການສອນ ກ່າວວ່າ: ນັກສຶກສາທີ່ລົງຝຶກຫັດຢູ່ກອງບັນຊາການ ປກສ ເມືອງລະຄອນເພັງ ມີທັງໝົດ 13 ສະຫາຍ ໂດຍໃຊ້ເວລາການຈັດຕັ້ງປະຕິບັດວຽກງານຕົວຈິງ 60 ວັນ, ນັບແຕ່ວັນທີ 12 ເມສາ ຫາວັນທີ 12 ມິຖຸນາ 2018 ໂດຍມີການສັບຊ້ອນນັກສຶກສາຕາມຂະແໜງການວິຊາສະເພາະທີ່ໄດ້ຮໍ່າຮຽນມາໃນແຕ່ລະສາຍຂອງຕົນ ເຊັ່ນ: ວຽກງານຄຸ້ມຄອງນອກເຂດ, ວຽກງານປ້ອງກັນ, ວຽກງານສະກັດກັ້ນ-ຕ້ານຢາເສບຕິດ. ນອກນີ້, ຍັງໄດ້ສັບຊ້ອນນັກສຶກສາຮຸ່ນດັ່ງກ່າວ ເຄື່ອນໄຫວປະຈໍາການຢູ່ບັນດາກຸ່ມບ້ານຕ່າງໆໃນຂົງເຂດເມືອງລະຄອນເພັງ. ຜ່ານການຈັດຕັ້ງປະຕິບັດວຽກງານກ່ຽວກັບການປະສານແນວຄິດ-ທິດສະດີ ແລະ ການປະຕິບັດວຽກງານຕົວຈິງໃນ 2 ເດືອນ ເຮັດໃຫ້ນັກສຶກສາໄດ້ມີປະສົບການທາງດ້ານການປົກປ້ອງ-ຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຢູ່ດີມີສຸກ, ປະຊາຊົນໄດ້ທຳມາຫາກິນ ແລະ ສ້າງສາພັດທະນາບ້ານ, ຊຸມຊົນ ແລະ ຄອບຄົວໃຫ້ອຸດົມສົມບູນຍິ່ງຂຶ້ນ.

ຜ່ານການຈັດຕັ້ງປະຕິບັດວຽກງານຂອງນັກສຶກສາ 13 ສະຫາຍ ສາມາດເຮັດສໍາເລັດໜ້າທີ່ການເມືອງ ກໍຄືການປ້ອງກັນເວນຍາມຢູ່ບັນດາກຸ່ມມີ 50 ຄັ້ງ, ກວດກາສະຖານທີ່ເກີດເຫດ 5 ຄັ້ງ ມີ 15 ແຮງງານ, ເຄື່ອນໄຫວເກັບກໍາຂໍ້ມູນລາຍຄະດີຍິງກັນຕາຍ 2 ຄັ້ງ, ການປ້ອງກັນບຸນປີໃໝ່ລາວ ແລະ ການເຄື່ອນໄຫວວຽກງານອື່ນໆມີ 86 ຄັ້ງ. ຈາກນັ້ນ, ຍັງໄດ້ສະຫຼຸບຕີລາຄາຄືນກ່ຽວກັບດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຄູ-ອາຈານ ແລະ ນັກສຶກສາຈະໄດ້ສຶບຕໍ່ແກ້ໄຂດ້ານການປະສານງານລະຫວ່າງເມືອງ, ແຂວງ, ບ້ານ, ກຸ່ມ ແລະ ທ້ອງຖິ່ນຂອງຕົນ ເພື່ອຈະນໍາໄປຮັບໃຊ້ຊາດຮັບໃຊ້ສັງຄົມໃຫ້ມີສະຖຽນລະພາບທີ່ດີ.

ໂອກາດດຽວກັນນີ້, ທ່ານຫົວໜ້າກອງບັນຊາການ ປກສ ເມືອງລະຄອນເພັງ ໄດ້ເນັ້ນໃຫ້ນັກສຶກສາທີ່ລົງຝຶກຫັດ ຈົ່ງນຳເອົາບົດຮຽນ ແລະ ທິດສະດີຂອງແຕ່ລະສະຫາຍທີ່ໄດ້ຮໍ່າຮຽນມາ ແລະ ປະສົບການນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວິຊາສະເພາະຢູ່ບັນດາກົມກອງທ້ອງຖິ່ນທີ່ຕົນສັງກັດ, ເປັນແບບຢ່າງທີ່ດີໃນການຮັກສາທັດສະນະ, ຄຸນສົມບັດສິນທຳປະຕິວັດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງອົງການຈັດຕັ້ງພັກ-ລັດ ແລະ ໃຫ້ສົມກັບຄຳທີ່ວ່າ “ກຳລັງ ປກສ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຮັກສາສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ”.