ພິທີເຊັນສັນຍາໂຄງການກໍ່ສ້າງປ້ອມຊາຍແດນ ລະຫວ່າງ ກອງບັນຊາການທະຫານ ແຂວງໄຊຍະບູລີ ເຈົ້າຂອງໂຄງການກັບ ບໍລິສັດ ທະລັງສີກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດ ຜູ້ຮັບເໝົາກໍ່ສ້າງ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເປັນກຽດເຂົ້າຮ່ວມຂອງ ພົຈວ ລຳພອນ ນົນຈັນທະວົງ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການ ກອງທັບ; ພັອ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊຍະບູລີ ແລະ ທ່ານ ນາງ ແສງຈັນ ມະນີວັນ ປະທານບໍລິສັດ ທະລັງສີກໍ່ສ້າງ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ພັອ ກູດ ພົມມາ ກ່າວວ່າ: ໂຄງການກໍ່ສ້າງປ້ອມຊາຍແດນ ແຂວງໄຊຍະບູລີ ປະກອບດ້ວຍໜ້າວຽກດັ່ງນີ້ ກໍ່ສ້າງເຮືອນນອນ ຂະໜາດກວ້າງ 10 ແມັດ, ຍາວ 20 ແມັດ, 1 ຫຼັງ, ກໍ່ສ້າງເຮືອນຄົວລວມໝູ່ ຂະໜາດກວ້າງ 12 ແມັດ, ຍາວ 15 ແມັດ 1 ຫຼັງ, ຫ້ອງນໍ້າ ຂະໜາດກວ້າງ 5 ແມັດ, ຍາວ 5 ແມັດເຄິ່ງ ຈຳນວນ 3 ຫຼັງ, ທະລຸເສັ້ນທາງໄປຫາຈຸດທີ່ກຳນົດສ້າງອ່າງນໍ້າລິນມີຄວາມຍາວ 3 ກິໂລແມັດ, ກໍ່ສ້າງອ່າງເກັບນໍ້າຂະໜາດກວ້າງ 6 ແມັດ, ຍາວ 6 ແມັດ 1 ບ່ອນ ແລະ ອ່າງບຳບັດນ້ຳຂະໜາດບັນຈຸ 65 ແມັດກ້ອນ, ລ້ອມຮົ້ວຕາໜ່າງອ້ອມອ່າງບຳບັດນ້ຳມີຄວາມຍາວ 60 ແມັດ, ທະລຸເສັ້ນທາງຂຶ້ນປ້ອມພູພັນມີຄວາມຍາວ 10 ກິໂລແມັດ, ກໍ່ສ້າງອ່າງບຳບັດນ້ຳ 1 ຊຸດ 10 ແມັດກ້ອນ, ກໍ່ສ້າງເຮືອນຄົວຂະໜາດກວ້າງ 4, ຍາວ 6 ແມັດ 1 ຫຼັງ, ຫ້ອງນໍ້າລວມໝູ່ຂະໜາດຍາວ 5 ແມັດເຄິ່ງ, ກວ້າງ 5 ແມັດ 1 ຫຼັງ, ເຮືອນນອນຂະໜາດກວ້າງ 4 ແມັດ, ຍາວ 6 ແມັດ ຈໍານວນ 3 ຫຼັງ, ທະລຸເສັ້ນທາງເພື່ອນໍາວັດສະດຸລົງກໍ່ສ້າງອ່າງນໍ້າມີຄວາມຍາວ 2.000 ແມັດ ລວມມູນຄ່າໃນການກໍ່ສ້າງທັງໝົດ 10 ຕື້ 900 ລ້ານກວ່າກີບ ໂດຍແມ່ນບໍລິສັດລົງທຶນກ່ອນ 100% ພາຍຫຼັງສຳເລັດໂຄງການກໍ່ສ້າງພາຍໃນ 30 ເດືອນ ທາງກະຊວງປ້ອງກັນປະເທດຈະສະໜອງທຶນໃຫ້ຕາມບົດບັນທຶກໃນສັນຍາ. ໂອກາດນີ້, ທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກສັນຍາ ລະຫວ່າງເຈົ້າຂອງໂຄງການ ກັບ ບໍລິສັດຜູ້ຮັບເໜົາ ໂດຍຊ້ອງໜ້າ ພົຈວ ລຳພອນ ນົນຈັນທະວົງ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍ.

ໃນໂອກາດນີ້, ພົຈວ ລຳພອນ ນົນຈັນທະວົງ ໄດ້ກ່າວເນັ້ນບາງບັນຫາຕໍ່ພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ໃນການປະກອບການຢ່າງສຸດຈະລິດ, ຖືກຕ້ອງກົງຕໍ່ເວລາ; ຖືເອົາສັນຍາທີ່ລົງນາມໃນຄັ້ງນີ້ ເປັນມາດຖານໃນການຮ່ວມງານຂອງທັງສອງຝ່າຍ ແລະ ເຮັດວຽກຢ່າງມີແບບແຜນມີການພົວພັນປະສານສົມທົບເຊິ່ງກັນແລະກັນ ຢ່າງວ່ອງໄວຕໍ່ເນື່ອງ ທັງນີ້ກໍ່ເພື່ອຮັບປະກັນເຮັດໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດ ແລະ ມີປະສິດທິຜົນສູງ.