ຫ້ອງວ່າການ ກະຊວງ ປກສ ໄດ້ເປີດບັ້ນຝຶກອົບຮົມລະບຽບວິໄນຂອງກໍາລັງ ປກສ ໃຫ້ພະນັກງານ-ນັກຮົບ, ໃນວັນທີ 5 ມິຖຸນາ 2018 ໂດຍການເປັນປະທານຂອງ ພັທ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ, ມີຮອງຫົວໜ້າຫ້ອງການເມືອງ, ຫ້ອງການ, ພະນັກງານ-ນັກຮົບ, ນັກສໍາມະນາກອນເຂົ້າຮ່ວມ.

ພັທ ສົມພອນ ທອງວິໄລ ກ່າວວ່າ: ບັ້ນຝຶກອົບຮົມລະບຽບວິໄນກໍາລັງ ປກສ ຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງທີ່ຕິດພັນກັບແຜນຍຸດທະສາດໃນການປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງຄະນະພັກ-ຄະນະບັນຊາຫ້ອງວ່າການ ກະຊວງ ປກສ, ໃນການຈັດຕັ້ງຝຶກອົບຮົມລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ພະນັກງານ-ນັກຮົບຫ້ອງວ່າການ ກະຊວງ ປກສ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມງວດ.

ບັ້ນຝຶກອົບຮົມລະບຽບວິໄນຂອງກໍາລັງ ປກສ ຄັ້ງນີ້ ໃຊ້ເວລາ 5 ວັນ, ມີນັກສໍາມະນາກອນທັງໝົດ 37 ຄົນ ຍິງ 15 ຄົນ ເຊິ່ງຈະໄດ້ຮຽນກ່ຽວກັບພາລະບົດບາດຂອງຫ້ອງວ່າການ ກະຊວງ ປກສ, ຄໍາສັ່ງຂອງລັດຖະມົນຕີກະຊວງ ປກສ, ເອກະສານຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ນັກຮົບໃນໄລຍະໃໝ່, ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູທາດແທ້ 7 ມູນເຊື້ອ ຂອງກໍາລັງ ປກສ, ລະບຽບວິໄນ, ທິດສະດີວິຊາງົດງາມ ແລະ ສາທິດລະບຽບມືເປົ່າ ( ລົງສະໜາມຕົວຈິງ ), ຮູບແຖວຂອງກໍາລັງ, ຂັ້ນໝູ່, ຂັ້ນໝວດ, ກອງຮ້ອຍ.