ກົມໃຫຍ່ການເມືອງ ( ກົມ 501 ) ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ກໍາລັງໃໝ່ ແລະ ກຳລັງທົດແທນອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃນວັນທີ 5 ມິຖຸນາ 2018, ເຂົ້າຮ່ວມໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມ 501, ມີບັນດາຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບທີ່ເປັນກຳລັງໃໝ່ ແລະ ກຳລັງທົດແທນ ຈຳນວນ 61 ສະຫາຍ ເຂົ້າຮ່ວມ.

ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມ 501 ກະຊວງ ປກສ ກ່າວວ່າ: ການເປີດຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມສາມາດ ແລະ ປັບປຸງລະບຽບວິໄນຂອງກຳລັງໃໝ່ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຮູ້ເຖິງລະບຽບພື້ນຖານຂອງກຳລັງ ປກສ ກໍຄື 7 ລະບອບ 18 ວຽກຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກ ໃຫ້ປະກົດຜົນເປັນຈິງ. ໃນນີ້, ບັນດາກຳລັງໃໝ່ ແລະ ກຳລັງທົດເເທນ ຈະໄດ້ຮຽນຮູ້ລະບຽບວິຊາງົດງາມ 13 ຈັງຫວະ ພື້ນຖານມືເປົ່າຄົງທີ່, ລະບຽບວິຊາງົດງາມ 12 ຈັງຫວະ ພື້ນຖານມືເປົ່າເຄື່ອນທີ່, ລະບອບພື້ນຖານຂັ້ນໝູ່, ພື້ນຖານຂັ້ນໝວດ, ເຄົາລົບລາຍງານເຊິ່ງກັນແລະກັນ, ເຄົາລົບທຸງຊາດຂັ້ນກອງຮ້ອຍ ແລະ ທຽບເທົ່າ, ຫຼັກການນໍາໃຊ້ປືນ ແລະ ປົກປັກຮັກສາອາວຸດລູກກະສຸນ AK-CF, ຫຼັກການເລັງປືນ ແລະ ວິທີຍິງປືນ AK-CF; ເຊິ່ງການ ຝຶກອົບຮົມຈະດໍາເນີນໄປເຖິງວັນທີ 14 ມິຖຸນາ 2018.

ໂອກາດດຽວກັນ, ພົຈວ ອາລູ ວາລີຊື ໄດ້ມີທິດຊີ້ນຳຄະນະຮັບຜິດຊອບ ແລະ ຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຖອດຖອນຄວາມຮູ້, ວິຊາຮຽນ ແລະ ລະບຽບຫຼັກການຕ່າງໆໃຫ້ກຳລັງໃໝ່ ແລະ ກຳລັງທົດແທນຢ່າງເຂັ້ມງວດ ເປັນຕົ້ນການອະທິບາຍ, ປະຕິບັດຕົວຈິງຕ້ອງໃຫ້ມີການເຂົ້າໃຈງ່າຍ, ຊັດເຈນ ແລະ ຖືກຕ້ອງຕາມລະບຽບຫຼັກການ ແລະ ບັນດາກຳລັງໃໝ່ ແລະ ກຳລັງທົດແທນຕ້ອງຕັ້ງໜ້າຮັບຟັງ ແລະ ຮຽນຮູ້ເອົາທິດສະດີ ແລະ ການປະຕິບັດຕົວຈິງໃຫ້ລະອຽດ ແລະ ຖືກຕ້ອງ ເພື່ອເປັນວິຊາຕິດຕົວປະກອບເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ.