ກົດໝາຍອາຍາແຫ່ງ ສປປ ລາວ ໄດ້ລະບຸໂທດທາງອາຍາໄວ້ 15 ປີຂຶ້ນໄປ ແລະ ທາງແພ່ງ 18 ຂຶ້ນໄປ ຖ້າບຸກຄົນໄດ້ ກະທຳຜິດຄົບ 4 ອົງປະກອບຂອງການກະທຳຜິດທາງອາຍາ ກໍຖືກລົງໂທດຕາມກົດໝາຍທີ່ລະບຸໄວ້. ດັ່ງກໍລະນີຂອງ ທ້າວ ຊາລີ ອາຍຸ 16 ຢູ່ບ້ານເພຍເກົ່າ ເມືອງແບງ ແຂວງອຸດົມໄຊ ທີ່ເປັນຈຳເລີຍໃນສະຖານມີຢາເສບຕິດໄວ້ ໃນ ຄອບຄອງ ຈຳນວນ 570 ເມັດ ແລະ ມີອາຍຸຕໍ່າກວ່າ 18 ປີ ໂດຍຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງ ອຸດົມໄຊ ໄດ້ນຳຂຶ້ນມາພິຈາລະນາຢ່າງຮອບດ້ານ ໃນທ້າຍອາທິດທີ່ຜ່ານມາ ໂດຍໄດ້ຕັດອິດສະຫຼະພາບ 1 ປີ 6 ເດືອນ ປັບໃໝ 1.000.000 ກີບ.
ການໄຕ່ສວນສຳນວນຄະດີດັ່ງກ່າວ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ອີງຕາມກົດໝາຍວ່າດ້ວຍ ການ ດຳເນີນຄະດີເດັກ ສະບັບປັບປຸງ 2014 ມາດຕາ 76, ອີງຕາມກົດໝາຍ ວ່າດ້ວຍສະບັບປັບປຸງ ມາດຕາ 146 ຂອງ ກົດໝາຍອາຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 2 ແລະ ເຫັນຕາມສຳນວນ ຄະດີເດັກ ເລກທີ 05/ອຍກ.ອຊ, ລົງ ວັນທີ 8 ພຶດສະພາ 2018. ສະນັ້ນ, ການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກ ຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີອາຍາຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ໃນວັນທີ 24 ທັນວາ 2016 ຈຳເລີຍ ໄດ້ຍ່າງອອກຈາກບ້ານນໍ້າໜອງ ເມືອງຮຸນ ໄປບ້ານເພຍເກົ່າ ເມືອງແບງ ແຂວງອຸດົມໄຊ ໃນລະຫວ່າງທາງ ເຫັນຊາຍຄົນ 1 ຂັບຂີ່ລົດຈັກບໍ່ຊາບຊະນິດ ແລ້ວ ຊາຍຄົນນັ້ນໄດ້ຖິ້ມຖົງຢາງ ສີດຳລົງຂ້າງທາງ ຈຳເລີຍໄດ້ຈັບເອົາມາເປີດເບິ່ງເຫັນຢາບ້າຈຳນວນດັ່ງກ່າວ ແລະ ເກັບຮັກສາໄວ້ ໂດຍມີຈຸດປະສົງ   ເອົາໄປຈ້າງໃຫ້ກັບພວກຕິດຢາເສບຕິດທີ່ເຮັດສວນ, ເມື່ອມາຮອດເຂດບ້ານນາຊຽງດີ ເມືອງຮຸນ ແຂວງອຸດົມໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງມາດຳເນີນຄະດີ.


ຕໍ່ກັບການກະທຳຂອງຈຳເລີຍເປັນການກະທຳຜິດກົດໝາຍອາຍາໃນໝວດ ທີ 7 ວ່າດ້ວຍການກະທຳຜິດຕໍ່ເສດຖະ ກິດຂອງຊາດ, ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງຕາມກົດໝາຍ ວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດ ໝາຍອາຍາ ແລະ ມາດຕາ 75,76 ຂອງ ກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 2 ຂໍ້ 2 ວັກ 1 ໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສານຜ່ານ ສປປ ລາວ ເກີນກວ່າ 0,3 ກຼາມ ຫາ 100 ກຼາມ ຈະຖືກລົງ ໂທດຕັດອິດສະຫຼະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ສະນັ້ນ, ຈຶ່ງໄດ້ສະເໜີຄະນະສານ ແຂວງອຸດົມໄຊ ພິຈາລະນາຕັດສິນລົງໂທດຈຳເລີຍ ແລະ ຮິບຢາເສບຕິດດັ່ງກ່າວໄປທຳລາຍຖິ້ມຕາມກົດໝາຍ ແລະ ຈຳເລີຍເປັນບຸກຄົນທີ່ມີສຳປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ ທີ່ຈຳເລີຍສາມາດຮັບຮູ້ໄດ້ ວ່າ: ຢາເສບຕິດເປັນສານເຄມີທີ່ເປັນໄພອັນຕະລາຍທາງສັງຄົມ, ບຸກຄົນຜູ້ໃດຫາກມີໄວ້ໃນຄອບຄອງຕ້ອງຖືກລົງ ໂທດທາງອາຍາ, ແຕ່ຈຳເລີຍຍັງກະທຳຜິດໃນການຄອບຄອງໂດຍເຈດຕະນາ ເພື່ອນຳໄປຈ້າງພວກຕິດເສບ. ນອກນີ້, ຄະນະສານຍັງ ເຫັນວ່າ: ຈຳເລີຍມີອາຍຸ 16 ປີ 5 ເດືອນ 14 ວັນ ຕາມໃບແຈ້ງຂຶ້ນທະບຽນບຸກຄົນ ສະບັບລົງວັນທີ 3 ເມສາ 2009 ຊຶ່ງຜ່ານການຄົ້ນຄວ້າແລ້ວເຫັນວ່າຈຳເລີຍຍັງເປັນເດັກ, ເຊິ່ງເປັນສາເຫດທີ່ພາໃຫ້ຫຼຸດຜ່ອນຄວາມ ຮັບຜິດຊອບທາງອາຍາ ເນື່ອງຈາກວ່າຈຳເລີຍມີອາຍຸຕໍ່າກວ່າ 18 ປີ ສະນັ້ນ ຄະນະສານອາຍາສານ ປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ເຫັນຄວນຕັດອິດສະຫຼະພາບ 1 ປີ 6 ເດືອນ ປັບໃໝ 1.000.000 ກີບ.