ໃນວັນທີ 1 ມິຖຸນາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2018 ຢູ່ທີ່ແຂວງບໍລິຄຳໄຊ ໃນບໍລິເວນອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ແລະ ເດີ່ນໂຮງຮຽນການເມືອງ-ການປົກຂອງແຂວງຫຼັງໃໝ່, ໂດຍມີການນຳຂອງແຂວງ, ການນຳຂອງກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພະນັກງານ-ລັດຖະກອນ, ນັກຮຽນ ແລະ ນ້ອງນ້ອຍເຍົາວະຊົນພາຍໃນແຂວງບໍລິຄຳໄຊ ເຂົ້າຮ່ວມ.

ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງໆບໍລິຄຳໄຊ ກ່າວວ່າ: ພັກ ແລະ ລັດຖະບານຍາມໃດກໍໄດ້ເຫັນຄວາມສຳຄັນກ່ຽວກັບວຽກງານປ່າໄມ້ ກໍຄືການປູກຕົ້ນໄມ້ (ຕົ້ນໄມ້ປະດັບ, ຕົ້ນໄມ້ອຸດສາຫະກຳ, ການຟື້ນຟູປ່າ ແລະ ການປົກປັກຮັກສາປ່າໄມ້; ພ້ອມກັນນັ້ນ, ທຸກພາກສ່ວນໃນສັງຄົມ ກໍໄດ້ປະກອບສ່ວນທາງດ້ານທຶນຮອນ, ເຫື່ອແຮງ ແລະ ສ້າງເງື່ອນໄຂເອື້ອອຳນວຍຕ່າງໆເຂົ້າໃນວຽກງານດັ່ງກ່າວ ຕາມຄວາມສາມາດຂອງຕົນ ແລະ ຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ ເພື່ອຮັກສາສະພາບແວດລ້ອມທຳມະຊາດ ແລະ ສ້າງເສດຖະກິດຄອບຄົວ, ປະເທດຊາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ນອກນັ້ນ, ກໍຍັງໄດ້ຊຸກຍູ້ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະ ບຽບການຕ່າງໆ.

ໃນປີ 2017 ທີ່ຜ່ານມາ, ທົ່ວແຂວງບໍລິຄຳໄຊ ໄດ້ປູກໄມ້ທັງໝົດ 459 ເຮັກຕາ ແລະ ປູກໃນວັນທີ 1 ມິຖຸນາ 2017 ຈຳນວນ 20 ເຮັກຕາ, ມີເບ້ຍໄມ້ທັງໝົດ 31 ພັນກວ່າເບ້ຍ. ປີ 2018 ນີ້ ຈະປູກໃຫ້ໄດ້ 300 ເຮັກຕາ ແລະ ຜະລິດເບ້ຍໄມ້ໃຫ້ໄດ້ 3 ແສນເບ້ຍ. ສະເພາະປູກໃນວັນທີ 1 ມິຖຸນາ 2018 ນີ້ ແມ່ນຈະປູກໃຫ້ໄດ້ 15 ກວ່າເຮັກຕາ, ເບ້ຍໄມ້ທີ່ປູກເກືອບ 12 ພັນເບ້ຍ. ປັດຈຸບັນ, ທົ່ວແຂວງມີສວນກ້າເບ້ຍໄມ້ຂອງລັດ ຈຳນວນ 6 ແຫ່ງ, ຜະລິດເບ້ຍໄມ້ໄດ້ປະມານ 45 ພັນເບ້ຍ; ນອກນັ້ນ, ຍັງມີບໍລິສັດຜະລິດໄດ້ປະມານ 50 ພັນເບ້ຍ, ປະຊາຊົນຜະລິດໄດ້ປະມານ 228 ພັນເບ້ຍ, ລວມທັງໝົດທົ່ວແຂວງ ແມ່ນສາມາດຜະລິດເບ້ຍໄມ້ໄດ້ປະມານ 323 ພັນເບ້ຍ. ສຳລັບການປູກໄມ້ດັ່ງກ່າວ ກໍເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ປະຊາຊົນຕະຫຼອດຮອດການຈັດຕັ້ງທຸກພາກສ່ວນ, ນັກຮຽນຮູ້, ລູກຫຼານທີ່ຍັງເປັນເຍົາວະຊົນ, ອະນຸຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ການຄຸ້ມຄອງ, ປົກປັກຮັກສາ, ການຟື້ນຟູປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ວຽກງານນີ້ກາຍເປັນຂະບວນການຂອງມະຫາຊົນຢ່າງແທ້ຈິງ ໂດຍສະເພາະແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ມີຄວາມສວຍງາມ, ຮົ່ມເຢັນ, ສະຫງ່າຜ່າເຜີຍ, ມີສະເໜ່, ທຳມະຊາດມີຄວາມອຸດົມສົມບູນ, ມີສິ່ງແວດລ້ອມທີ່ດີ, ປົກປັກຮັກສາແຫຼ່ງນ້ຳກິນ-ນ້ຳໃຊ້, ຫຼຸດຜ່ອນພາວະໂລກຮ້ອນ, ຕ້ານ ແລະ ປ້ອງກັນໄພທຳມະຊາດຕ່າງໆ.

ພ້ອມດຽວກັນນີ້, ທ່ານ ບຸນມາ ບຸຈະເລີນ ໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງບໍລິຄຳໄຊ ໄດ້ຮຽກຮ້ອງການຈັດຕັ້ງທຸກພາກສ່ວນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທົ່ວແຂວງບໍລິຄຳໄຊ ຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາປ່າໄມ້, ປູກຕົ້ນໄມ້ໃຫ້ເປັນປ່າ, ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ. ພ້ອມກັນນັ້ນ, ກໍສຶກສາອົບຮົມປູກຈິດສຳນຶກໃຫ້ລູກຫຼານຂອງຕົນໃຫ້ຮູ້ຄຸນຄ່າ ແລະ ຄຸນປະໂຫຍດຂອງປ່າໄມ້ ແລະ ຖືເອົາວຽກງານນີ້ເປັນໜ້າທີ່ຂອງທົ່ວປວງຊົນ, ທີ່ສຳຄັນແມ່ນພ້ອມກັນປະຕິບັດຄຳຂວັນທີ່ວ່າ: ປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ໃນວັນນີ້ ເພື່ອຊີວິດທີ່ດີໃນວັນໜ້າ, ປ່າໄມ້ສົດຊື່ນ, ຊີວິດສົດໃສ, ຮັກຊີວິດຢ່າຄິດທຳລາຍປ່າໄມ້ ໃຫ້ປະກົດຜົນເປັນຈິງ.

ພາຍຫຼັງການປູກຕົ້ນໄມ້ສຳເລັດ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຂອງແຂວງບໍລິຄຳໄຊ ໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງສວນອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ສີທານາໄຊ ແລະ ໄປເບິ່ງສະໜາມກິລາຂອງແຂວງຕື່ມອີກ.