ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ຂອງຢາເສບຕິດໃນອາທິດທີ່ຜ່ານມາໃຫ້ກັບນັກສຶກສາຂອງຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ໂດຍ ການເຂົ້າຮ່ວມຂອງ ພັທ ໄຊມຸງຄຸນ ສຸລິຍະວົງ ຜູ້ຊີ້ນຳວຽກງານໂຄສະນາຫ້ອງການກວດກາ ແລະ ຄວບຄຸມຢາ ເສບຕິດມີບັນດາຄູອາຈານ ແລະ ນັກຮຽນປີ 2 ແລະ 3 ຂອງຄະນະເຂົ້າຮ່ວມ.

ການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃນຄັ້ງນີ້ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດໄດ້ເຜີຍແຜ່ ເນື້ອໃນເອກະສານ ແລະ ຮູບພາບຂອງຜົນຮ້າຍຢາເສບຕິດປະເພດຕ່າງໆທີ່ອອກລິດຕໍ່ລະບົບປະສາດຂອງຄົນເປັນ ຕົ້ນ ແມ່ນຢາບ້າ, ຝິ່ນ, ຄັນຊາ, ເຮໂຣ ອິນ, ມອກຝິ່ນໂຄເຄນ, ໄອສ໌ ແລະ ຢາເສບຕິດປະເພດອື່ນໆທີ່ເສບເຂົ້າໄປ ແລ້ວຈະເກີດອັນຕະລາຍຕໍ່ຈິດປະສາດ, ຕໍ່ຮ່າງກາຍຂອງຜູ້ ເສບ, ເຮັດໃຫ້ສະໝອງຖືກທຳ ລາຍກາຍເປັນບ້າເສຍ ຈິດ, ມັກໃຊ້ຄວາມຮຸນແຮງທຳຮ້າຍໂຕເອງ ແລະ ຄົນອ້ອມຂ້າງ, ຄຽງຄູ່ກັນນັ້ນ ຍັງສົ່ງຜົນກະທົບຕໍ່ຄອບຄົວຕື່ມອີກ, ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຕາມມາເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໃນໂອກາດນີ້, ຍັງໄດ້ແນະນຳ 10 ວິທີປ້ອງກັນສິ່ງເສບຕິດຄື: 1. ຫຼີກລຽງສະຖານທີ່ມີຄວາມສ່ຽງ ເຊັ່ນ: ຮ້ານບັນ ເທີງ, ຮ້ານເກມ, ຮ້ານສະນຸກເກີ້, ແລະ ບ່ອນອື່ນໆ ທີ່ເຫັນວ່າບໍ່ເໝາະສົມ; 2. ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ເຊັ່ນ: ຫຼິ້ນກິລາ, ຊອກຮູ້ຮໍ່າຮຽນ ແລະ ອື່ນໆ; 3. ບໍ່ທົດລອງເສບສິ່ງເສບຕິດທຸກປະເພດ; 4. ບໍ່ເອົາຢາເສບຕິດ ເປັນທີ່ເພິ່ງໃນເວລາເຫງົາ, ຢາກລົດນໍ້າໜັກ, ເພື່ອບໍ່ໃຫ້ຫິວນອນ; 5. ເຂົ້າຮ່ວມຮັບຟັງເຜີຍແຜ່ຜົນຮ້າຍໄພອັນ ຕະລາຍຂອງຢາເສບຕິດ; 6. ເຂົ້າຮ່ວມຂະບວນການ ຫຼື ກິດຈະກຳຕ້ານຢາເສບຕິດທຸກຮູບແບບ; 7. ປຶກສາ ແພດໝໍ ຫຼື ຜູ້ໃຫ້ຄຳປຶກສາກ່ຽວກັບພຶດຕິກຳຂອງຜູ້ຊົມໃຊ້ຢາເສບຕິດ ເພື່ອຫຼີກລ່ຽງບໍ່ເຂົ້າໃກ້; 8. ໃຊ້ເຄື່ອງກວດ ຫາສານເສບຕິດເມື່ອສົງໄສວ່າມີສານເສບຕິດຢູ່ໃນອາຫານ ແລະ ເຄື່ອງດື່ມ, 9. ແຈ້ງເບາະແສໃຫ້ເຈົ້າໜ້າທີ່ເມື່ອ ພົບເຫັນມີການມົ້ວສຸມ, ຊື້-ຂາຍ, ແລະ ຜະລິດຢາ ເສບຕິດ; 10. ຕ້ອງປະຕິບັດໃຫ້ ໄດ້ 4 ບໍ່ ດັ່ງນີ້: ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ຜະລິດຢາເສບຕິດທຸກປະເພດ.