ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມສູນເສຍອົງຄະ 185 ແຂວງຈຳປາສັກ ໃນອາທິດຜ່ານມາ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີບັນດາອໍານາດການປົກຄອງເມືອງ ກໍຄືປະຊາຊົນເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ຄໍາໃບ ຄໍາເສນາ ຫົວໜ້າສູນເສຍອົງຄະ 185 ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ລາຍງານໃຫ້ຊາບກ່ຽວກັບປະຫວັດ ແລະ ຄວາມເປັນມາຂອງສູນເສຍອົງຄະດັ່ງກ່າວ ວ່າ: ສູນເສຍອົງຄະ 185 ສ້າງຕັ້ງຂຶ້ນໃນວັນທີ 25 ມັງກອນ 1985 ທີ່ບ້ານລົ່ມສັກເໜືອ (ຄຸ້ມບ້ານໃໝ່ສີວິໄລ) ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເນື້ອທີ່ຂອງສູນດັ່ງກ່າວມີທັງໝົດ 110 ເຮັກຕາ, ໃນນີ້ມີເນື້ອທີ່ປຸກສ້າງ 35 ເຮັກຕາ ແລະ ມີເນື້ອທີ່ເຮັດການຜະລິດ ຈໍານວນ 75 ເຮັກຕາ. ໃນເມື່ອກ່ອນສູນດັ່ງກ່າວແມ່ນໄດ້ຍົກຍ້າຍມາຈາກກອງພັນທີ 18 ທີ່ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງຜູ້ທີ່ສ້າງຕັ້ງສູນດັ່ງກ່າວແມ່ນ ທ່ານ ສູນທອນ ເທບອາສາ ອະດີດກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ.

ປັດຈຸບັນ, ສູນ 185 ແມ່ນຂຶ້ນກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ພາຍໃນສູນປະກອບມີຄະນະຮັບຜິດຊອບ 3 ທ່ານ, ມີໜຶ່ງໜ່ວຍພັກ, ມີອົງການຈັດຕັ້ງມະຫາຊົນ 2 ໜ່ວຍຄື: ແນວລາວສ້າງຊາດ ແລະ ສະຫະພັນແມ່ຍິງ; ນອກນັ້ນ, ຍັງມີໜ່ວຍສະຫະພັນນັກຮົບເກົ່າ 1 ໜ່ວຍ; ມີຈໍານວນສະມາຊິກພາຍໃນສູນທັງໝົດ 84 ທ່ານ, ພະນັກງານປະຈໍາມີ 65 ທ່ານ, ພະນັກງານເສຍອົງຄະບໍານານ 18 ທ່ານ, ພະນັກງານດູແລມີ 7 ທ່ານ, ພະນັກງານເສຍອົງຄະພິເສດ 7 ທ່ານ, ພະນັກງານເສຍອົງຄະປະເພດໜຶ່ງມີ 28 ທ່ານ, ເສຍອົງຄະປະເພດສອງມີ 18 ທ່ານ, ເສຍອົງຄະປະເພດສາມມີ 11 ທ່ານ, ເສຍອົງຄະປະເພດສີ່ມີ 1 ທ່ານ, ເສຍອົງຄະຮາກຖານມີ 1 ທ່ານ ແລະ ພະນັກງານທີ່ບໍ່ໄດ້ເສຍອົງຄະມີ 13 ທ່ານ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາສູນດັ່ງກ່າວ ແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງດີຈາກພັກ-ລັດ ໂດຍສະເພາະແມ່ນອໍານາດການປົກຄອງແຂວງຈໍາປາສັກ, ຈາກການຈັດຕັ້ງ, ສັງຄົມ ແລະ ບຸກຄົນຕະຫຼອດມາ ເປັນຕົ້ນແມ່ນທຶນຮອນຊ່ວຍເຫຼືອ, ພາຫະນະຮັບໃຊ້, ໄຟຟ້າ, ການສ້າງຖະໜົນຫົນທາງ, ການປຸກສ້າງທີ່ຢູ່ອາໄສ ແລະອື່ນໆ ອັນໄດ້ເຮັດໃຫ້ຜູ້ເສຍອົງຄະພາຍໃນສູນ 185 ມີຊີວິດການເປັນຢູ່ທີ່ດີ ແລະ ໄດ້ຮັບການດູແລເອົາໃຈໃສ່ຢ່າງໃກ້ຊິດ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບສູນເສຍອົງຄະ 185 ສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມພະນັກງານ ສືບຕໍ່ຢຶດໝັ້ນຄວາມເປັນແບບຢ່າງຂອງການເປັນນັກຮົບປະຕິວັດ ແລະ ຮັກສາມູນເຊື້ອຂອງການປະຕິວັດ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ ແລະ ນໍາອົາເປັນແບບຢ່າງ ເພື່ອກາຍເປັນຜູ້ສືບທອດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ມອບເງິນຊ່ວຍເຫຼືອຈໍານວນໜຶ່ງໃຫ້ແກ່ສູນເສຍອົງຄະ 185 ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງສູນດັ່ງກ່າວອີກດ້ວຍ.