ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງຄ້າຍຄຸມຂັງຊຳເຄ້ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໃນຄັ້ງວັນທີ 6 ມິຖຸນານີ້, ບັນດາສະມາຊິກສະຫະພັນແມ່ຍິງ ໄດ້ປ່ອນບັດເລືອກເອົາຄະນະໜ່ວຍຊຸດໃໝ່ ສະໄໝທີ II ຈຳນວນ 3 ສະຫາຍ ຄື: ພັຕ ນາງ ມາພອນ ແພງປັນຍາ ເປັນຫົວໜ້າ, ຮອ ນາງ ພິມມະສອນ ຄຳບຸນມີ ເປັນຮອງ ແລະ ຮຕ ນາງ ສຸກ ເພັດວັນນາ ເປັນຄະນະ ເພື່ອສືບຕໍ່ຊີ້ນຳ-ນຳພາຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດສະມາຊິກແມ່ຍິງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.

ສຳລັບທິດທາງແຜນການ 5 ປີ (2018-2022) ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ຈະເພີ່ມທະວີນໍາພາສຶກສາອົບຮົມການເມືອງ-ແນວຄິດບັນດາສະມາຊິກແມ່ຍິງ ພາຍໃນໜ່ວຍໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ໃຫ້ຖືກຕ້ອງຕາມຮີດຄອງປະເພນີ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ຕິດພັນກັບໜ້າທີ່ວຽກງານວິຊາສະເພາະໃຫ້ປະກົດຜົນເປັນຈິງ; ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃນການ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ຕົນເອງ ມີຄວາມຊຳນິຊຳນານດ້ານວຽກງານວິຊາສະເພາະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງແຕ່ລະໄລຍະ ເຮັດໃຫ້ແມ່ຍິງມີຄວາມເຂັ້ມແຂງກ້າວໜ້າໄປເຖິງການປະຕິບັດຄວາມສະເໝີພາບຍິງ-ຊາຍ.

ປີ 2015-2017 ຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງຄ້າຍຄຸມຂັງຊຳເຄ້ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ເພື່ອສຶກສາອົບຮົມສະມາຊິກແມ່ຍິງແຕ່ລະສະຫາຍໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ອຸ່ນອຽນທຸ່ນທ່ຽງ, ຮູ້ຈັກຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ; ຄຽງຄູ່ກັນນັ້ນ, ຍັງໄດ້ນຳພາປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ ໄດ້ເປັນຢ່າງດີ, ເຊິ່ງຜ່ານການຄັດເລືອກແມ່ຍິງ 3 ດີ ປະຈຳປີ 2017 ສາມາດເລືອກໄດ້ແມ່ຍິງ 3 ດີ ມີ 15 ສະຫາຍ, ແມ່ຍິງ 2 ດີ 3 ສະຫາຍ ແລະ ແມ່ຍິງຕົວແບບດ້ານວຽກງານວິຊາສະເພາະ 2 ສະຫາຍ; ຈາກຜົນງານດັ່ງກ່າວ, ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ສະເໜີເລື່ອນຊັ້ນ ແລະ ຍ້ອງຍໍແມ່ຍິງທີ່ມີຜົນງານດີເດັ່ນດັ່ງນີ້, ໄດ້ເລື່ອນຊັ້ນຂັ້ນນາຍພັນ 1 ສະຫາຍ, ນາຍຮ້ອຍ ມີ 5 ສະຫາຍ ແລະ ນາຍສິບ 12 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈາກສະຫະພັນແມ່ຍິງລາວ 6 ສະຫາຍ, ຍ້ອງຍໍຂັ້ນແມ່ຍິງ ກະຊວງ ປກສ 21 ສະຫາຍ ແລະ ຂັ້ນໜ່ວຍຈາກແມ່ຍິງ ກະຊວງ ປກສ 1 ໃບ.