ກອງປະຊຸມຄົ້ນຄວ້າ, ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຂັ້ນກະຊວງ ປກສ ປະຈຳປີ 2018 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2018, ໂດຍການເປັນປະທານຂອງ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ມີຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ຫົວໜ້າພະແນກ ແລະ ຫົວໜ້າ-ຮອງຄ້າຍຄຸມຂັງ-ດັດສ້າງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ກ່າວວ່າ: ກອງປະຊຸມຄົ້ນຄວ້າສະເໜີອະໄພຍະໂທດໃຫ້ນັກໂທດ ປະຈຳປີ 2018 ນີ້ ແມ່ນການປະຕິບັດນະໂຍບາຍຫຼຸດຜ່ອນໂທດໃຫ້ນັກໂທດຜູ້ທີ່ປະພຶດດີ, ມີຄວາມກ້າວໜ້າໃນການຝຶກຝົນຫຼ່ໍຫຼອມຕົນເອງ, ປະຕິບັດລະບຽບຄ້າຍຄຸມຂັງ-ດັດສ້າງ ແລະ ອອກແຮງງານດີ, ມີການປ່ຽນແປງດ້ານທັດສະນະແນວຄິດ ແລະ ມີຄວາມສຳນຶກຜິດ, ຮູ້ສຶກກິນແໜງຕໍ່ການກະທຳຜິດທີ່ບໍ່ຖືກຕ້ອງຂອງຕົນ ໃນໄລຍະຜ່ານມາ ເຊິ່ງຈະໄດ້ຮັບການພິຈາລະນາຫຼຸດຜ່ອນໂທດຕາມເງື່ອນໄຂທີ່ກຳນົດໄວ້ ແລະ ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆຕໍ່ເຂົາເຈົ້າ, ໂດຍສະເພາະແມ່ນຄົ້ນຄວ້າດ້ານນະໂຍບາຍກ່ຽວກັບການສະເໜີອະໄພຍະໂທດ, ຜ່ອນໂທດ, ປ່ອຍຕົວ ແລະ ການປ່ອຍຕົວກ່ອນກຳນົດ ໂດຍມີເງື່ອນໄຂຕາມກົດໝາຍທີ່ມີຕໍ່ນັກໂທດຕາມຄວາມເໝາະສົມ. ສະນັ້ນ, ຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ມີການກຳນົດມາດຖານ, ເງື່ອນໄຂຢ່າງລະອຽດ ເພື່ອຮັບປະກັນໃຫ້ແກ່ການຕີລາຄາຄັດເລືອກປະເພດນັກໂທດໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ພາວະວິໄສ, ຍຸຕິທຳ ແລະ ໂປ່ງໃສ.

ບັນດາຄ້າຍຄຸມຂັງທີ່ສະເໜີອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ມີທັງໝົດ 304 ຄົນ ຍິງ 36 ຄົນ, ຕ່າງປະເທດ 15 ຄົນ ຍິງ 5 ຄົນ ຕະຫຼອດຊີວິດ 9 ຄົນ. ໃນນີ້ສຳລັບຄ້າຍຄຸມຂັງ-ດັດສ້າງຊໍາເຄ້ ສະເໜີຜ່ອນໂທດ ແລະ ປ່ອຍຕົວ ມີຈຳນວນ 163 ຄົນ ຍິງ 21 ຄົນ, ຕະຫຼອດຊີວິດ 9 ຄົນ, ຄ້າຍຄຸມຂັງໂພນຕ້ອງ ມີ 110 ຄົນ ຍິງ 11 ຄົນ, ຕ່າງປະເທດ 14 ຄົນ ຍິງ 3 ຄົນ, ຄ້າຍໂພນເງິນ ມີ 13 ຄົນ, ຄ້າຍໂພນທັນ ມີ 18 ຄົນ ຍິງ 3 ຄົນ.