ໃນວັນທີ 6 ມິຖຸນາ 2018, ທ່ານ ຊີນຊຸງຊູນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃນໂອກາດທີ່ທ່ານໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ເປັນກຽດຕ້ອນຮັບຂອງ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ.

ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາໃຫ້ຊາບ ໂດຍສະເພາະການຮ່ວມມືສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ, ການອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ສ ເກົາຫຼີ ທີ່ມາອາໄສ, ມາເຮັດວຽກ, ທ່ອງທ່ຽວ, ແຂກ ແລະ ທີ່ສຳຄັນອື່ນໆທີ່ເຂົ້າ-ອອກຜ່ານ ແຂວງຫຼວງນໍ້າທາ ແມ່ນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພດີ; ເຊິ່ງໄລຍະ 1 ປີຜ່ານມາ ມີຄົນເຊື້ອຊາດ ສ ເກົາຫຼີ ເຂົ້າ-ອອກເມືອງທັງໝົດ 532 ຄົນ ຍິງ 184 ຄົນ.

ພ້ອມດຽວກັນນັ້ນ, ທ່ານ ຊີນຊຸງຊູນ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມທັງຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຢູ່ແຂວງຫຼວງນໍ້າທາ ພ້ອມທັງໃຫ້ສັນຍາວ່າຈະສຸມໃສ່ທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີຕໍ່ກັນລະຫວ່າງ 2 ຊາດ ສ ເກົາຫຼີ-ສປປ ລາວ ເວົ້າລວມ ເວົ້າສະເພາະກໍຄືກອງບັນຊາການ ປກສ ແຂວງຫຼວງນໍ້າທາ-ສ ເກົາຫຼີ ໃຫ້ໄດ້ຮັບການພັດທະນາ ແລະ ມີໝາກຜົນທີ່ດີຍິ່ງໆຂຶ້ນ.