ວັນທີ 8 ມິຖຸນາ ຜ່ານມາ, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ແລະ ອຸບັດຕິເຫດຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຢາເສບຕິດບໍ່ສະເພາະແຕ່ເປັນໄພອັນຕະລາຍ, ຂົ່ມຂູ່ຕໍ່ປະເທດເຮົາເທົ່ານັ້ນ, ແຕ່ເປັນໄພອັນຕະລາຍຕໍ່ມະນຸດໃນທົ່ວໂລກ, ຜ່ານມາມີຜູ້ຕິດຢາເສບຕິດທົ່ວໂລກ ສູງເຖິງ 243 ລ້ານກວ່າຄົນ; ສະເພາະຢູ່ປະເທດເຮົາມີຜູ້ຕິດຢາເສບຕິດຫຼາຍສົມຄວນໃນທົ່ວປະເທດ, ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ປກສ ໄດ້ພະຍາຍາມຄວບຄຸມ, ສະກັດກັ້ນ, ປາບປາມ, ແກ້ໄຂຢ່າງຈິງຈັງ ແລະ ຕໍ່ເນື່ອງ.

ທ່ານລັດຖະມົນຕີກະຊວງ ປກສ ກ່າວໃນບາງຕອນວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ ປກສ ໄດ້ສຸມໃສ່ສະກັດກັ້ນ, ປາບປາມ ແລະ ແກ້ໄຂຢ່າງເຂັ້ມແຂງ ແຕ່ບັນຫານີ້ກໍບໍ່ໝົດໄປຈາກສັງຄົມ ຍ້ອນມີຫຼາຍສາເຫດ ເປັນຕົ້ນແມ່ນ: ການເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຈໍານວນໜຶ່ງຍັງບໍ່ທັນເລິກເຊິ່ງ, ທົ່ວເຖິງ ແລະ ກວ້າງຂວາງ, ມີຫຼາຍບ່ອນ, ບາງພາກສ່ວນຍັງຖືວ່າວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ຂອງກໍາລັງປະກອບອາວຸດເທົ່ານັ້ນ, ບໍ່ທັນຖືເປັນວຽກງານລວມຂອງສັງຄົມ; ການສຶກສາອົບຮົມ, ໂຄສະນາປຸກລະດົມໃຫ້ທຸກຊັ້ນຄົນເຫັນໄດ້ຜົນຮ້າຍຂອງຢາເສບຕິດຍັງບໍ່ທັນກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ ຈຶ່ງເປັນສາເຫດເຮັດໃຫ້ຫຼາຍຄົນຕົກເປັນເຫຍື່ອຂອງຢາເສບຕິດ; ການບັງຄັບໃຊ້ກົດໝາຍຕໍ່ຜູ້ພົວພັນ-ຊື້-ຂາຍຢາເສບຕິດບໍ່ທັນເຂັ້ມງວດ ແລະ ເດັດຂາດເຮັດໃຫ້ຜູ້ກະທໍາຜິດບໍ່ເຂັດຫຼາບ, ຢ້ານກົວຕໍ່ລະບຽບກົດໝາຍ, ການປະສານງານລະຫວ່າງເຈົ້າໜ້າທີ່ຕໍາຫຼວດກັບອົງການໄອຍະການ, ສານ ແລະ ອົງການທີ່ກ່ຽວຂ້ອງແຕ່ລະຂັ້ນ ຍັງບໍ່ທັນກົມກຽວຈຶ່ງພາໃຫ້ການແກ້ໄຂຄະດີມີຄວາມຊັກຊ້າແກ່ຍາວ, ມີບາງຄະດີຈະແຈ້ງແລ້ວ ແຕ່ບໍ່ຕັດສິນ ຫຼື ຕັດສິນຕໍ່າກວ່າຄວາມຜິດຕົວຈິງ; ນອກນີ້, ຍັງມີເຈົ້າໜ້າທີ່ຈໍານວນໜຶ່ງບໍ່ໂປ່ງໃສ, ບໍ່ທ່ຽງທໍາໃນການດໍາເນີນຄະດີ, ປ່ຽນຮູບຄະດີໜັກເປັນເບົາ, ຜິດເປັນຖືກ, ຂອງແທ້ເປັນຂອງປອມ ແລະອື່ນໆ.

ສະເພາະມາດຕະການແກ້ໄຂໃນຕໍ່ໜ້າ, ກະຊວງ ປກສ ຈະສືບຕໍ່ເຊື່ອມຊຶມມະຕິຄໍາສັ່ງຂອງຂັ້ນເທິງໃຫ້ເປັນປົກກະຕິ ແລະ ປຸກລະດົມໃຫ້ສັງຄົມມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ທົ່ວເຖິງ; ປັບປຸງບັນດາກົດໝາຍ ແລະ ນິຕິກໍາຕ່າງໆກ່ຽວກັບຢາເສບຕິດໃຫ້ຮັດກຸມ, ຮັບປະກັນບໍ່ໃຫ້ມີຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສວຍໃຊ້ ແລະ ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໄດ້ຮັບຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເດັດຂາດ, ເຮັດໃຫ້ທຸກຄົນເກງຂາມ, ຢ້ານກົວບໍ່ພົວພັນ, ຂົນສົ່ງ ແລະ ຊື້-ຂາຍຢາເສບຕິດອີກ; ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທີ່ເຮັດໜ້າທີ່ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂຢາເສບຕິດໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີຄວາມຍຸຕິທໍາ, ໂປ່ງໃສ ແລະ ທ່ຽງທໍາຕໍ່ໜ້າທີ່ວຽກງານ, ສະໜອງງົບປະມານ, ວັດຖຸອຸປະກອນທີ່ຈໍາເປັນໃຫ້ແກ່ການປາບປາມ ແລະ ແກ້ໄຂຢາເສບຕິດ.

ຂະນະທີ່ ສສຊ ບາງເຂດສະເໜີໃຫ້ລັດຖະບານ ກໍຄື ກະຊວງ ປກສ ຕ້ອງເອົາໃຈໃສ່ໃນການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢ່າງທົ່ວເຖິງຂອບເຂດຊົນນະບົດໃນທົ່ວປະເທດໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ທຸກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ພ້ອມທັງສືບຕໍ່ສະກັດກັ້ນບັນຫາຢາເສບຕິດໃຫ້ຄ່ອຍໆໝົດໄປ, ເຮັດໃຫ້ບັນຫາຢາເສບຕິດທີ່ລະບາດຢູ່ໃນປັດຈຸບັນຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເພາະບັນຫາດັ່ງກ່າວນີ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນທີ່ຕົກເປັນດຫຍື່ອຂອງຢາເສບຕິດ.