ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດພະນັກງານການນຳຂັ້ນສູງ ກະຊວງ ປກສ ພັກການຮັບອຸດໜູນບຳນານໃນວັນທີ 8 ມິຖຸນາ ຜ່ານມານີ້, ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະພັກ, ຄະນະນຳ, ກົມກອງອ້ອມຂ້າງ ແລະ ພະນັກງານຜູ້ທີ່ໄດ້ຮັບບຳນານເຂົ້າຮ່ວມ.

ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 731-739/ປກສ, ລົງວັນທີ 9 ພຶດສະພາ 2018 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ; ໃນນີ້, ລວມມີ 9 ສະຫາຍ ຄື: ພົຈວ ອິນປົງ ຄຸດທະຄົມ ຮັບເງິນອຸດໜູນ 52.859.520 ກີບ, ພັອ ນາງ ຄຳແຜ່ນ ສຸລິຍະວົງ ຮັບເງິນ 33.566.400 ກີບ, ພັອ ສີສະໄຫວ ກ້ອນພົມມາ ຮັບເງິນ 32.727.240 ກີບ, ພັອ ບຸນເລັ່ງ ອິນທິລາດ 48.911.040 ກີບ, ພັອ ຄຳໝັ້ນ ແກ້ວປະເສີດ 33.566.400 ກີບ, ພັອ ບົວໄສ ເພັງພົມມາ 49.870.080 ກີບ, ພັອ ບຸນຊູ ພົງສະຫວັດມີໄຊ 42.197.760 ກີບ, ພັອ ຄຳແພງ ຟອງສະໝຸດ 32.727.240 ກີບ ແລະ ພັອ ແສງເພັດ ພົມມະລີ ຮັບເງິນອຸດໜູນ 33.566.400 ກີບ.

ໂອກາດດຽວກັນ, ພົຕ ປອ ສົມຫວັງ ທຳມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ບັນດາສະຫາຍຜູ້ທີ່ໄດ້ຮັບບຳນານ ເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງສືບຕໍ່ເສີມຂະຫຍາຍບົດບາດເປັນແບບຢ່າງໃນການປົກປັກຮັກສາອຸດົມການຂອງພັກ ແລະ ໝາກຜົນຂອງການປະຕິວັດ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຖ່າຍທອດມູນເຊື້ອປະຕິວັດມີນໍ້າໃຈຮັກຊາດອັນໂດດເດັ່ນ, ເດັດດ່ຽວເດັດຂາດທັງເປັນແວ່ນແຍງໃຫ້ແກ່ລູກຫຼານໃຫ້ສືບທອດເອົາມູນເຊື້ອທີ່ດີ, ຢູ່ບ່ອນໃດໃຫ້ເປັນຫຼັກແຫຼ່ງແກ່ນສານໃຫ້ສົມກັບວ່າເປັນພະນັກງານການນຳຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຄຳປະຕິຍານຂອງຕົນວ່າ ຈະເຮັດການປະຕິວັດໃຫ້ສຸດກົກສຸດປາຍ.