ສຳນັກຂ່າວເອສພີເອ ຂອງທາງການ ອາຣັບບິ ຊາອຸດິດ ລາຍງານໃນວັນທີ 11 ມິຖຸນານີ້ວ່າ: ດ້ວຍຄວາມສຳພັນ-ຄວາມເປັນພີ່ນ້ອງໃກ້ຊິດຂອງສາມປະເທດຄື ອາຣັບບິ ຊາອຸດິດ, ອາຣັບ ເອມິເຣດ (ຢູເອອີ) ແລະ ກູເວດ ຈຶ່ງຕົກລົງກັນວ່າ ຈະໃຫ້ການຊ່ວຍເຫຼືອທາງດ້ານເສດຖະກິດແກ່ ຈໍແດນ ເປັນມູນຄ່າລວມທັງໝົດ 2.500 ລ້ານໂດລາສະຫະລັດ, ເປັນເງິນຝາກໃນທະນາຄານກາງ ຈໍແດນ ໂດຍມີທະນາຄານໂລກເຮັດໜ້າທີ່ຄ້ຳປະກັນ ແລະ ໃຫ້ການສະໜັບສະໜູນເປັນເວລາ 5 ປີ; ຂະນະທີ່ ສົມເດັດພະຣາຊາທິບໍດີ ອັບດຸນລາ ທີສອງຂອງຈໍແດນ ໄດ້ສະແດງຄວາມຂອບໃຈຕໍ່ຜູ້ນຳທັງສາມປະເທດ ໃນກອງປະຊຸມສຸດຍອດ 4 ປະເທດ ທີ່ເມືອງເມກກະ ຂອງ ອາຣັບບິ ຊາອຸດິດ ວ່າ: ມາດຕະການຄວາມຊ່ວຍເຫຼືອນີ້ຈະຊ່ວຍໃຫ້ ຈໍແດນ ເອົາຊະນະວິກິດໄດ້. ກ່ອນໜ້ານີ້, ທ່ານ ນາງ ເຟເດຣິກາ ໂມເກຣິນີ ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບເອີຣົບ ໄດ້ປະກາດໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຈະໃຫ້ຄວາມຊ່ວຍເຫຼືແກ່ ຈໍແດນ ມູນຄ່າ 20 ລ້ານເອີໂຣ ເຊັ່ນກັນ.

ຈໍແດນ ກຳລັງຫາທາງກຳຈັດໜີ້ສິນ ພາຍຫຼັງຮັບເງິນກູ້ 723 ລ້ານໂດລາສະຫະລັດ ຈາກກອງທຶນການເງິນລະຫວ່າງປະເທດ (IMF) ໃນປີ 2016. ມາດຕະການຕັດລົບງົບປະມານຂອງລັດຖະບານ ເຮັດໃຫ້ລາຄາສິນຄ້າຈຳເປັນພື້ນຖານປັບຂຶ້ນທົ່ວປະເທດ, ປະຊາຊົນຊຸມນຸມປະທ້ວງດົນເປັນອາທິດ ບໍ່ພໍໃຈຕໍ່ຮ່າງພາສີທີ່ລັດຖະບານສະເໜີຕໍ່ສະພາ ຈົນນາຍົກລັດຖະມົນຕີ ຮານີ ອັນມັນກີ ລາອອກ ແລະ ລັດຖະບານປະກາດຖອນຮ່າງກົດໝາຍດັ່ງກ່າວ. ຈໍແດນ ໂທດວ່າ: ວິກິດເສດຖະກິດໃນຂະນະນີ້ ເປັນຜົນຈາກພາວະຂາດສະຖຽນລະພາບໃນພາກພື້ນ ແລະ ການແບກຮັບພາລະເບິ່ງແຍງດູແລຜູ້ຫຼີ້ໄພໜີສົງຄາມຊີຣີ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫຼືອຈາກນາໆປະເທດເທົ່າທີ່ຄວນ.