ໄລຍະ 6 ເດືອນຕົ້ນປີ 2018, ຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາແກ້ໄຂຄໍາຮ້ອງຂໍຄວາມເປັນທຳ ແລະ ຄໍາສະເໜີຕ່າງໆ ໄດ້ທັງໝົດ 220 ກວ່າສະບັບ ແລະ ໄດ້ພິຈາລະນາຄໍາສະເໜີຂອງປະຊາຊົນທີ່ພົວພັນເຖິງການຄຸ້ມຄອງບໍລິຫານລັດ ໄດ້ຈໍານວນໜຶ່ງ.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ມິຖຸນາ 2018 ວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສືບຕໍ່ຈັດຕັ້ງປະຕິບັດວຽກງານຕ່າງໆສໍາເລັດຫຼາຍດ້ານ ເປັນຕົ້ນໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂຄໍາສະເໜີຂອງພົນລະເມືອງ ຜ່ານໂທລະສັບສາຍດ່ວນຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຄົ້ນຄ້ວາແກ້ໄຂຕາມພາລະບົດບາດ ເພື່ອຊີ້ແຈງໃຫ້ປະຊາຊົນໄດ້ຮັບຮູ້, ໄດ້ຊີ້ນໍາ-ນໍາພາການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ແລະ ຄໍາສະເໜີຕ່າງໆ. ມາຮອດປັດຈຸບັນ ສາມາດແກ້ໄຂດ້ວຍຮູບການຕ່າງເຊັ່ນ: ນໍາສົ່ງພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາ, ຈັດຕັ້ງປະຕິບັດຕາມພາລະບົດບາດຂອງແຕ່ລະພາກສ່ວນ ເຊິ່ງມີຈໍານວນທັງໝົດ 223 ສະບັບ ກວມເອົາ 34,46% ຂອງຈໍານວນຄໍາຮ້ອງທັງໝົດ ແລະ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາຄໍາສະເໜີຂອງປະຊາຊົນທີ່ພົວພັນເຖິງການຄຸ້ມຄອງບໍລິຫານລັດໄດ້ຈໍານວນໜຶ່ງ.

ນອກນີ້, ໄດ້ນໍາເອົາຄວາມຄິດເຫັນຂອງບັນດາສະມະຊິກສະພາແຫ່ງຊາດ ມາພິຈາລະນາຮຽບຮຽງເຂົ້າໃສ່ໃນການສ້າງ ແລະ ປັບປຸງກົດໝາຍທີ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ຮັບຮອງສໍາເລັດ 15 ສະບັບ, ໄດ້ພິຈາລະນາຮັບຮອງເອົາບັນຫາຕ່າງໆຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງດ້ວຍການອອກມະຕິທັງໝົດ 17 ສະບັບ.