ວັນທີ 15 ມິຖຸນາ 2018, ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເດີນທາງມາຢ້ຽມຢາມ ເມືອງຫົງສາ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນຳພາຢ້ຽມຢາມໂດຍ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໆໄຊຍະບູລີ.

ໃນການເດີນທາງມາຢ້ຽມຢາມເມືອງຫົງສາຄັ້ງນີ້, ຄະນະນຳກະຊວງດັ່ງກ່າວ ໄດ້ເຂົ້າຢ້ຽມຊົມໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃຫ້ການຕ້ອນຮັບໂດຍ ທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງໆຫົງສາ, ທ່ານ ຄະທາຢຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານພາຍໃນບໍລິສັດ; ເຊິ່ງໂອກາດນີ້, ໄດ້ຮັບຟັງການບັນຍາຍກ່ຽວກັບ ການບໍລິຫານຈັດການງານຂອງ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນດ້ານຕ່າງໆ ເຊັ່ນ: ການປະຕິບັດການໂຮງໄຟຟ້າ, ການບໍລິຫານງານບໍ່ແຮ່, ການຄວບຄຸມການໃຊ້ປະລິມານຖ່ານຫີນລິກໄນ ເພື່ອຜະລິດກະແສໄຟຟ້າ, ການຈັດການຄວາມປອດໄພສຸຂະພາບອະນາໄມ ແລະ ສິ່ງແວດລ້ອມ ທີ່ມີປະສິດທິພາບ ເປັນມິດກັບຊຸມຊົນເມືອງຫົງສາ ຕະຫຼອດເຖິງການພັດທະນາຊຸມຊົນ ແລະ ສັງຄົມ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ ແລະ ມີລາຍໄດ້ເພີ່ມຂຶ້ນນຳໄປສູ່ການຂະຫຍາຍຕົວທາງດ້ານເສດຖະກິດທີ່ດີຂອງເມືອງຫົງສາ ແລະ ທາງຄະນະໄດ້ເຂົ້າຢ້ຽມຊົມພາຍໃນບໍລິເວນໂຮງໄຟຟ້າຫົງສາ ແລະ ຊົມພາບໂດຍລວມໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ທີ່ຈຸດຊົມວິວ.