ພາຍຫຼັງສໍາເລັດການເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງແລກປ່ຽນສິນຄ້າຂາເຂົ້າ-ຂາອອກ ຄັ້ງທີ 25 ຢູ່ທີ່ນະຄອນຄຸນມິງ ແຂວງຢຸນໜານ ສປ ຈີນ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018 ໃນຕອນຄໍ່າຂອງວັນດຽວກັນ ທີ່ຫ້ອງຮັບແຂກ Haigeng Garden ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບ ປະທ່ານ ຣວນ ເສີງຟ້າ (Ruan Chenfa) ເຈົ້າແຂວງໆຢຸນໜານ ທັງເປັນປະທານຮັບຜິດຊອບການ ຈັດງານວາງສະແດງ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານເຈົ້າແຂວງໆຢຸນໜານ ໄດ້ສະແດງຄວາມດີອົກດີໃຈ ແລະ ຍິນດີຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ເສຍສະລະເວລາ ແລະ ເດີນທາງມາເຂົ້າຮ່ວມງານວາງສະແດງສິນຄ້າໃນຄັ້ງນີ້ ເຊິ່ງເປັນການສະແດງຄວາມເອົາໃຈໃສ່ ແລະ ການສະໜັບສະໜູນ, ຊຸກຍູ້ຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າສະເພາະແມ່ນການຮ່ວມມືລະຫວ່າງແຂວງຢຸນໜານ ແລະ ສປປ ລາວ. ໃນໂອກາດພົບປະຄັ້ງນີ້ ທ່ານເຈົ້າແຂວງໆຢຸນໜານ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ແລະ ສະແດງຄວາມດີໃຈເປັນຢ່າງຍິ່ງທີ່ເຫັນວ່າ ການຮ່ວມມືຂອງສອງປະເທດນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສິ່ງສໍາຄັນແມ່ນການຮ່ວມມືລະຫວ່າງແຂວງຢຸນໜານ ແລະ ສປປ ລາວ ໄດ້ມີການເພີ່ມທະວີນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະໃນຂົງເຂດກະສິກໍາ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ພື້ນຖານໂຄງລ່າງ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງໆຢຸນໜານ, ອໍານາດການປົກຄອງແຂວງ ແລະ ຄະນະຮັບຜິດຊອບຈັດງານທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມງານວາງສະແດງຂອງຄະນະໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດງານຄັ້ງນີ້ ອັນໄດ້ປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ ແລະ ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝທີ່ບັນດາປະເທດໃນພາກພື້ນ ແລະ ສາກົນ ກຳລັງພ້ອມພຽງກັນສຸມໃສ່ການຮ່ວມມືເພື່ອການພັດທະນາ ດ້ວຍບັນຍາກາດທີ່ຟົດຟື້ນ ໂດຍສະເພາະຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງຢຸນໜານ.

ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານເຈົ້າແຂວງໆຢຸນໜານ ຍັງເຫັນດີທີ່ຈະຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງຕົນ ເພື່ອສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກໃນການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເປັນຕົ້ນແມ່ນຂົງເຂດຂະແໜງການສຶກສາ ແລະ ສາທາລະນະສຸກ, ຂະແໜງກະສິກໍາ, ຂະແໜງໄຟຟ້າ, ການທ່ອງທ່ຽວ ແລະ ການຮ່ວມມືໃນການກໍ່ສ້າງພື້ນຖານໂຄງລ່າງຕື່ມອີກ.