ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ໄດ້ນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 18 ມິຖຸນາ 2018 ເຊິ່ງຄັ້ງນີ້ເປັນຄັ້ງທີ 2 ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ຮັດກຸມ ແລະ ມີເນື້ອໃນສົມບູນກວ່າເກົ່າ ກ່ອນ ສສຊ ເຫັນດີຮັບຮອງເອົາດ້ວຍຄະແນນສຽງ 103 ທ່ານ, ບໍ່ເຫັນດີ 26 ທ່ານ ແລະ ບໍ່ອອກສຽງ 1 ທ່ານ ຈາກ ສສຊ ເຂົ້າຮ່ວມທັງໝົດ 130 ທ່ານ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການເງິນ ກ່າວວ່າ: ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ເລີຍນໍາເຂົ້າມາທາບທາມໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ມີໂຄງສ້າງທັງໝົດ XIV ພາກ, 4 ໝວດ, 70 ມາດຕາ ໂດຍມີສະມາຊິກສະພາປະກອບຄໍາຄິດເຫັນທັງໝົດ 28 ທ່ານ ສາມາດສັງລວມໄດ້ 6 ບັນຫາພື້ນຖານຄື: ຄົ້ນຄວ້າປັບປຸງຄືນທາງດ້ານໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍ, ການຄໍ້າປະກັນໃຫ້ແກ່ວິສາຫະກິດເອກະຊົນ, ຄົ້ນຄວ້າຄວາມເປັນໄປໄດ້ໃນການອະນຸຍາດໃຫ້ທ້ອງຖິ່ນ ສາມາດກູ້ຢືມໂດຍກົງ, ການກໍານົດອັດຕາໜີ້ສິນສາທາລະນະ ຕໍ່ GDP ເຂົ້າໃນກົດໝາຍ ເພື່ອໃຫ້ເປັນເປົ້າໝາຍສູ້ຊົນຂອງລັດຖະບານ ໃນການຄຸ້ມຄອງລະດັບໜີ້ສິນສາທາລະນະ, ການສ້າງຄັງຊໍາລະໜີ້ສິນສາທາລະນະ ແລະ ການແບ່ງຄວາມຮັບຜິດຊອບ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານໃນການຄຸ້ມຄອງໜີ້ສິນສາທາລະນະ. ຍ້ອນເນື້ອໃນສົມບູນ ຄະນະຮັບຜິດຊອບ ໄດ້ນໍາໄປປັບປຸງຄືນໃໝ່ທາງດ້ານໂຄງສ້າງ ແລະ ເນື້ອໃນຂອງແຕ່ລະພາກ, ໝວດ ແລະ ມາດຕາຂອງຮ່າງກົດໝາຍສະບັບນີ້.

ຜ່ານການຄົ້ນຄວ້າປຶກສາຫາລື ແລະ ໄດ້ເປັນເອກະສັນປັບປຸງມາເປັນ XII ພາກ, 6 ໝວດ ແລະ 85 ມາດຕາ ເຊິ່ງກົດໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງໜີ້ສິນສາທາລະນະ ເພື່ອໃຫ້ວຽກງານດັ່ງກ່າວເປັນເອກະພາບ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ສະໜອງທຶນໃຫ້ທັນເວລາ, ພັດທະນາຕະຫຼາດທຶນພາຍໃນ, ຮັບປະກັນຄວາມໝັ້ນທ່ຽງຂອງເສດຖະກິດ, ຫຼຸດຄ່າໃຊ້ຈ່າຍ ແລະ ຄວາມສ່ຽງຂອງໜີ້ສິນປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ.