ຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ 5 ແຂວງ ( ແຂວງໄຊຍະບູລີ, ຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນ ) ໄດ້ຈັດຂຶ້ນລະຫວ່າງວັນທີ 14-15 ມິຖຸນາ 2018 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ; ໂດຍມີ ພັທ ປອ ຄໍາແພງ ມະນີໄຊ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ພັທ ບຸນໂທ ພອນມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ຈາກຫ້ອງວິຊາສະເພາະທີ່ກ່ຽວຂ້ອງ ພ້ອມດ້ວຍກໍາລັງຕໍາຫຼວດສິ່ງແວດລ້ອມ ຈາກກອງບັນຊາການ ປກສ 5 ແຂວງ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ບັນດາສະຫາຍພະນັກງານ-ນັກຮົບກໍາລັງຕໍາຫຼວດສິ່ງແວດລ້ອມ ຢູ່ແຕ່ລະກົມກອງທ້ອງຖິ່ນ ທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນໃໝ່ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນບັນຫາອາຊະຍາກໍາສັດປ່າ ແລະ ປ່າໄມ້ ເພື່ອນໍາເອົາເນື້ອໃນຈິດໃຈ, ນິຕິກໍາໃນຂົງເຂດວຽກງານດັ່ງກ່າວ ລົງໂຄສະນາສຶກສາ-ອົບຮົມ, ປຸກລະດົມ ແລະ ຊຸກຍູ້ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການອະນຸລັກຮັກສາສັດປ່າ ແລະ ປ່າໄມ້ ທີ່ໃກ້ຈະສູນພັນ; ພ້ອມກັນປົກປັກຮັກສາບູລະນະປ່າໄມ້ຢູ່ໃນພື້ນທີ່ ຕົນເອງຮັບຜິດຊອບໃຫ້ອຸດົມສົມບູນໄປດ້ວຍທໍາມະຊາດ, ຊີວະນາໆພັນ ແລະ ຄົງຢູ່ກັບຄົນເຮົາຕະຫຼອດໄປ.

ທ່ານຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ຍັງໄດ້ຮຽກຮ້ອງບັນດາສະຫາຍ ຈົ່ງນໍາເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຊື່ອມຊຶມໃຫ້ທົ່ວສັງຄົມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ; ພ້ອມທັງຈັດຕັ້ງລົງໂຄສະນາເຜີຍແຜ່ໃຫ້ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຂອງຕົນຮັບຮູ້ຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.