ອາທິດຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ ທ້າວ ຕູວ້າ ຫຼື ວາຈົວວ້າ ອາຍຸ 35 ປີ ຢູ່ບ້ານຫ້ວຍຕອງ ເມືອງໄຊ ແຂວງອຸດົມໄຊ ໃນສະຖານມີຢາເສບຕິດໄວ້ໃນຄອບຄອງ ( ປະເພດຢາບ້າ ແລະ ຢາຝິ່ນ ).

ຜ່ານການໄຕ່ສວນໃນຫ້ອງປະຊຸມສານ, ທ້າວ ຕູວ້າ ( ຈຳເລີຍ ) ສາລະພາບວ່າ: ໃນເດືອນສິງຫາ 2017 ຈຳເລີຍໄດ້ຂັບຂີ່ລົດເກັງ ສີປອນ ໝາຍເລກທະບຽນ 0549 ອອກຈາກບ້ານຫ້ວຍຕອງ ເມືອງໄຊ ແຂວງອຸດົມໄຊ ໄປເຮັດໄຮ່ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ ຮອດເວລາປະມານ 17:00 ໂມງ ກໍຂັບລົດກັບບ້ານ ພໍມາຮອດເຂດບ້ານມົກກົກ ເມືອງໄຊ ຈຳເລີຍໄດ້ຈອດລົດເພື່ອຖ່າຍໜັກຢູ່ປ່າແຄມທາງ ຫ່າງຈາກເສັ້ນທາງປະມານ 5-6 ແມັດ ຈຶ່ງພົບເຫັນແກັດເຈ້ຍ ໂດຍມີຢາເສບຕິດ ແລະ ແປ້ງຝຸ່ນຢູ່ໃນແກັດດັ່ງກ່າວ, ແຕ່ບໍ່ຮູ້ວ່າມີຈຳນວນເທົ່າໃດ ຈຳເລີຍຈຶ່ງນຳເອົາຢາເສບຕິດດັ່ງກ່າວ ໃສ່ລົດມາເຮືອນ ແລ້ວເອົາໄປຊຸກເຊື່ອງໄວ້ຫ້ອງນອນ ແຕ່ບໍ່ບອກຄົນໃນຄອບຄົວຮັບຮູ້, ຢາເສບຕິດຈຳນວນດັ່ງກ່າວ ຈຳເລີຍເອົາມາຄອບຄອງໄວ້ເພື່ອເສບ ເພາະເປັນຄົນຕິດຢາເສບຕິດມາກ່ອນ ແລະ ໄດ້ເອົາຢາບ້າມາເສບ ຄັ້ງລະ 1-2 ເມັດ, ມາຮອດວັນທີ 24 ຕຸລາ 2017 ເຈົ້າໜ້າທີ່ ປກສ ໄດ້ເຂົ້າມາກວດຄົ້ນເຮືອນ ພົບຂອງກາງຢາບ້າ 6.700 ກວ່າເມັດ ແລະ ຝິ່ນຈຳນວນໜຶ່ງໄປດຳເນີນຄະດີ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ສານປະຊາຊົນແຂວງອຸດົມໄຊ ເຫັນຄວນຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ຕູວ້າ ( ຈຳເລີຍ ) ມີຄວາມຜິດທາງອາຍາ ໃນສະຖານມີຢາເສບຕິດ ປະເພດຢາບ້າ ແລະ ຝິ່ນ ຈຶ່ງຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ປັບໃໝ 501.000.000 ກີບ, ຢຶດຢາເສບຕິດ ປະເພດຢາບ້າ 6.729 ເມັດ ໜັກ 647,5 ກຼາມ, ຝິ່ນຫໍ່ນ້ອຍໜັກ 132,2 ກຼາມ, ແປ້ງຝິ່ນສີຂາວລະອຽດ 1 ຖົງນ້ອຍ ໜັກ 200 ກຼາມ ແລະ ແປ້ງຝຸ່ນສີຂາວ ( ຄ້າຍຄືສີນໍ້າຕານ ) ຈຳນວນ 1 ຖົງ ໜັກ 800 ກຼາມ ຂອງຈຳເລີຍໄປທຳລາຍຖິ້ມ; ສວນຕາດຽງ 2 ອັນ, ໂທລະສັບມືຖື ແລະ ລົດເກັງ ແມ່ນບໍ່ມີສ່ວນກ່ຽວຂ້ອງ ຈຶ່ງສົ່ງຄືນໃຫ້ຈຳເລີຍ.