ພິທີມອບນາມມະຍົດຄະນະຊາວໜຸ່ມດີເດັ່ນ 4 ບຸກ 3 ປີລຽນຕິດ ແລະ ມອບທຸງໄຊນຳໜ້າ 4 ບຸກ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫາດຊາຍຟອງ ໄດ້ຈັດຂຶ້ນໃນອາທິດແລ້ວນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂັນທອງ ແກ້ວດວງສີ ຄະນະປະຈຳພັກເມືອງ ປະທານກວດກາພັກ ຫົວໜ້າຫ້ອງການກວດກາລັດ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ທ່ານ ນາງ ສຸມາລີ ທຳມະວົງ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ, ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນເມືອງ.

ໃນພິທີ, ທ່ານ ສອນປະສິດ ສຸວັນນະເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ປະຈຳປີ 2017 ແລະ ທິດທາງປີ 2018 ໂດຍໄດ້ຍົກໃຫ້ເຫັນໃນແຕ່ລະດ້ານ ເຊັ່ນ: ບຸກດ້ານແນວຄິດ, ດ້ານການຝຶກຝົນຫຼ່ໍຫຼອມຮໍ່າຮຽນ, ດ້ານວຽກງານການຈັດຕັ້ງ ແລະ ດ້ານວິຊາຊີບ-ສ້າງວຽກເຮັດງານທຳ. ສະເພາະດ້ານວຽກງານການຈັດຕັ້ງ ເປັນວຽກທີ່ມີຄວາມສຳຄັນຂອງໜ້າທີ່ການເມືອງ ທັງເປັນຂອດຕັດສິນ, ການຄົງຕົວ, ການຂະຫຍາຍຕົວຂອງວຽກງານຊາວໜຸ່ມ-ເຍົາວະຊົນໃນແຕ່ລະຂັ້ນໄດ້ບຳລຸງພາລະບົດບາດ, ສິດ, ໜ້າທີ່, ແບບແຜນວິທີເຮັດວຽກໃຫ້ເໝາະສົມກັບແຕ່ລະຮາກຖານ ສ້າງໃຫ້ ຄະນະຊາວໜຸ່ມຂັ້ນຮາກຖານ ມີຄວາມໜັກແໜ້ນເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບ ສະແດງອອກສາມາດເລື່ອນສະມາຊິກເຍົາວະຊົນເຂົ້າໃນການຈັດຕັ້ງຊາວໜຸ່ມໄດ້ທັງໝົດ 1.984 ສະຫາຍ ຍິງ 956 ສະຫາຍ ເທົ່າກັບ 60%.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບທຸງໄຊນຳໜ້າ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫາດຊາຍຟອງ ທີ່ສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສຳເລັດ 3 ປີລຽນຕິດ ( 2015-2017 ) ມອບໂດຍທ່ານ ນາງ ສຸມາລີ ທຳມະວົງ. ນອກນັ້ນ, ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານພັດທະນາຊາວໜຸ່ມ-ເຍົາວະຊົນ ຈຳນວນ 28 ໜ່ວຍຮາກຖານອ້ອມຂ້າງເມືອງ, ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມທົ່ວເມືອງ ຈຳນວນ 21 ສະຫາຍ ຍິງ 5 ສະຫາຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເຄື່ອນໄຫວຊີ້ນຳ-ນຳພາວຽກງານກວດກາການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈົນສຳເລັດຕາມຄາດໝາຍ.