ກອງປະຊຸມໃຫຍ່ ຄັ້ງທີ IV ຄະນະຮາກຖານຊາວໜຸ່ມ ປກສ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນານີ້, ໂດຍມີ ພັທ ສີເສີດ ສອນດາລາ ປະທານກວດກາພັກ-ລັດ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ຈັນສີລອນ ສີສົມບູນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ, ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ ຈາກຫ້ອງ, ກອງພັນ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 6, ຄ້າຍຄຸມຂັງ-ດັດສ້າງນາໄຊເຂົ້າຮ່ວມ.
ໃນກອງປະຊຸມ, ພັທ ດວງເພັດ ພົມມະຈັນ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ຂຶ້ນຜ່ານບົດລາຍງານ ການເມືອງກ່ຽວກັບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະຊຸມປີຜ່ານມາວ່າ : ຮາກຖານ ຊາວໜຸ່ມ ປກສ ແຂວງຍາມໃດກໍໄດ້ເພີ່ມທະວີຄວາມສາມາດນໍາພາ, ສຶກສາອົບຮົມ, ເຕົ້າໂຮມການຈັດຕັ້ງ ແລະ ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ພ້ອມທັງປຸກລະດົມສະມາຊິກຊາວໜຸ່ມ ປກສ ແຂວງເປັນເຈົ້າການ ປະຕິບັດໜ້າທີ່-ທີ່ໄດ້ຮັບມອບໝາຍສະແດງອອກ: ໄດ້ປຸກລະດົມສະມາຊິກເຂົ້າຮ່ວມຮັບຟັງການເຊື່ອມຊຶມມູນເຊື້ອ ແລະ ວັນສໍາຄັນຕ່າງໆຂອງຊາດຂອງພັກມີ 1.750 ສະຫາຍ, ຂຽນຂ່າວສົ່ງສະຖານີວິທະຍຸ-ໂທລະພາບ, ໜັງສືພິມກະ ຊວງ ປກສ ແລະ ສະຖານີວິທະຍຸ-ໂທລະພາບ, ໜັງສືພິມແຂວງສາລະວັນຂອງຕົນໄດ້ 360 ຂ່າວ, ເຄື່ອນໄຫວໂຄສະ ນາເພື່ອຫຼຸດຜ່ອນອຸບັດຕິເຫດຂອງວຽກງານຈະລາຈອນ ແລະ ວຽກງານຕ້ານ-ສະກັດກັ້ນຢາເສບຕິດ-ອັກຄີໄພ 31 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງ 14.570 ຄົນ ແລະ ເຄື່ອນໄຫວເກັບກໍາສະຖິຕິສໍາມະໂນຄົວໃນທົ່ວແຂວງສາລະວັນ ປະ ກອບມີ 58 ກຸ່ມ 582 ບ້ານ, ມີພົນລະເມືອງທັງໝົດ 414.941 ຄົນ ຍິງ 209.118 ຄົນ.

ກອງປະຊຸມໃຫຍ່ໃນຄັ້ງນີ້, ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານຊາວໜຸ່ມ ປກສ ແຂວງຊຸດໃໝ່. ໃນນີ້ ມີຜູ້ສະໝັກ 9 ສະຫາຍ ແລະ ສາມາດເລືອກໄດ້ 7 ສະຫາຍ ຄື: ພັທ ດວງເພັດ ພົມມະຈັນ ເປັນເລຂາ, ຮອ ພອນ ເພັດ ແກ້ວເມກ ເປັນຮອງເລຂາ ແລະ ມີຄະນະ 5 ສະຫາຍ.
ໂອກາດດຽວກັນ ທ່ານ ຈັນສີລອນ ສີສົມບູນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຄະນະຮາກຖານຊາວໜຸ່ມຊຸດໃໝ່ ແລະ ສະມາ ຊິກຊາວໜຸ່ມ ປກສ ແຂວງ; ເຊິ່ງມີເນື້ອໃນບາງຕອນທ່ານກ່າວວ່າ: “ຊາວໜຸ່ມກຳລັງ ປກສ ທີ່ເອີ້ນວ່າ: “ລະບຽບ ເຫຼັກ-ກຳລັງເຫຼັກ” ທີ່ເປັນຮົ້ວຂອງຊາດ, ເປັນທີ່ເພິ່ງຂອງປະຊາຊົນ ຍິ່ງຕ້ອງເພີ່ມທະວີຄວາມຕື່ນຕົວ, ມີສະຕິຕໍ່ເລ່ ລ່ຽມກົນອຸບາຍຫັນ ປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ, ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາ, ການຈັດຕັ້ງ ປະຕິບັດເຮັດວຽກງານຕ່າງໆ ເປັນໝູ່ຄະນະແບ່ງໜ້າວຽກລະອຽດ ເພື່ອໃຫ້ບຸກຄົນຮັບຜິດຊອບຕາມໜ້າທີ່ຂອງໃຜ ລາວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມເຂັ້ມງວດດ້ານລະບຽບວິໄນຂອງກຳລັງ ປກສ ແລະ ລະບຽບວິໄນ ຂອງຊາວໜຸ່ມເພື່ອຈັດຕັ້ງປະຕິບັດໃຫ້ສົມກັບຄໍາທີ່ວ່າ: “ຊາວໜຸ່ມປະຊາຊົນປະຕິວັດລາວເປັນກຳລັງປະຈັນບານທີ່ ແຂງແກ່ນ, ເປັນກະດູກສັນຫຼັງຂອງປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດຂອງພັກທີ່ແທ້ຈິງ”.