ພິທີມອບໃບຢັ້ງຢືນນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານ ປະຈຳປີ 2017 ໃຫ້ 10 ໜ່ວຍພັກທີ່ຂຶ້ນ ກັບຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2018 ໂດຍມີ ທ່ານ ນາງ ພອນໄຊ ເລືອງມີໄລ ກຳມະການພັກແຂວງ ຫົວໜ້າໂຄສະນາ-ອົບຮົມແຂວງ, ພັທ ຜາຂົງ ດອກມະນີຈັນ ປະທານ ກວດກາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ເລຂາໜ່ວຍພັກ, ຕະຫຼອດຮອດ ພະນັກງານສະມາຊິກພັກເຂົ້າຮ່ວມ.
ພັທ ເຄນພອນ ຄຳພະໄຊ ເລຂາໜ່ວຍພັກຮາກຖານຫົວໜ້າຫ້ອງ 504 ໄດ້ຕາງໜ້າໃຫ້ 10 ໜ່ວຍພັກທີ່ໄດ້ຮັບ ນາມມະຍົດຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ທິດທາງ ແຜນການປີ 2018, ໂດຍຍົກໃຫ້ເຫັນວ່າ: ແຕ່ລະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຕົ້ນຕໍສຳຄັນຕໍ່ພະນັກງານ-ນັກຮົບ, ເອົາໃຈໃສ່ຊີ້ນໍາ-ນຳພາພະນັກງານ-ນັກຮົບເຮັດໜ້າທີ່ວຽກງານວິຊາສະ ເພາະສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢ່າງຮອບດ້ານຄຽງຄູ່ກັນກັບວຽກງານ ກໍ່ສ້າງພັກ-ກໍ່ສ້າງພະນັກງານ. ຜ່ານການປະເມີນດ້ານດີໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ດ້ານ ແລະ 5 ເນື້ອໃນ ສາມາດຕີລາຄາດ້ານດີ ຄື: ດ້ານການເມືອງ ບັນລຸໄດ້ 94%, ດ້ານແນວຄິດ ບັນລຸໄດ້ 93%, ດ້ານການຈັດຕັ້ັງປະຕິບັດ ບັນລຸໄດ້ 95%, ດ້ານ ແບບແຜນການນຳພາບັນລຸໄດ້ 92% ແລະ 5 ເນື້ອໃນຄື: ການນຳພາວຽກງານການເມືອງ-ແນວຄິດບັນລຸໄດ້ 95 %, ດ້ານການນຳພາວຽກງານວິຊາສະເພາະ-ອົງການຈັດຕັ້ງມະຫາຊົນບັນລຸໄດ້ 96%, ນຳພາດ້ານວຽກງານປະຕິບັດ ນະໂຍບາຍ-ແກ້ໄຂຊີວິດການເປັນຢູ່ບັນລຸໄດ້ 95%, ນຳ ພາວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບ ຮຽບຮ້ອຍ ພາຍໃນ ບັນລຸໄດ້ 94%, ນໍາພາວຽກງານກໍ່ສ້າງພັກ-ປັບປຸງກົມກອງ ບັນລຸໄດ້ 93%.
ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ມີ: ໜ່ວຍ ພັກພະແນກສືບສວນ ແລະ ຕ້ານການຄ້າມະນຸດ, ໜ່ວຍພັກພະແນກຢາເສບຕິດ+ສືບຂ່າວອາຍາ, ໜ່ວຍພັກ ພະແນກຈະລາຈອນ+ມອດໄຟ, ໜ່ວຍພັກພະແນກຄຸ້ມຄອງ ຄົນຕ່າງປະເທດ+ຕຳຫຼວດທ່ອງທ່ຽວ, ໜ່ວຍພັກ ພະແນກ 105+107, ໜ່ວຍພັກພະແນກຄົ້ນຄວ້າສັງລວມ+ປະຫວັດມູນເຊື້ອ, ໜ່ວຍພັກພະແນກໂຄສະນາ +ຫ້ອງການບໍລິຫານ, ໜ່ວຍພັກພະແນກຈັດຕັ້ງ-ກໍ່ສ້າງກຳລັງ+ນະໂຍບາຍ, ໜ່ວຍພັກຫ້ອງ 504, ໜ່ວຍພັກ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4; ມອບໃບຢັ້ງຢືນໂດຍ ສະຫາຍ ນາງ ພອນໄຊ ເລືອງມີໄລ ພ້ອມທັງໂອ້ລົມໃຫ້ຄະນະ ພັກເອົາໃຈໃສ່ສືບຕໍ່ເຮັດວຽກງານ ການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ເພີ່ມທະວີ ຄວາມສາມັກຄີພາຍໃນກົມກອງ, ປັບປຸງກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີຄວາມຊຳນິຊຳນານດ້ານວຽກງານວິຊາສະເພາະ ແລະ ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂທຸກປະກົດການຫຍໍ້ໃນສັງຄົມໃຫ້ຫຼຸດລົງເປັນກ້າວໆ, ຕີຖອຍທຸກກົນອຸບາຍຂອງກຸ່ມຄົນບໍ່ດີເພື່ອເຮັດ ໃຫ້ສັງຄົມກໍຄືແຂວງບໍລິຄຳໄຊ ໃຫ້ມີຄວາມສະຫງົບປອດໄພຂຶ້ນເລື້ອຍໆ.