ອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມ ສະຫງົບ ປະຊາຊົນ (ສະບັບປັບປຸງ) ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ ເພື່ອໃຫ້ບັນດາຄະນະພັກ, ຄະນະກອງບັນຊາ ການ, ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ຄະນະກອງບັນຊາການ ປກສ ເມືອງ ສາມັກຄີໄຊ, ຕະຫຼອດຮອດ ນາຍ ແລະ ພົນຕຳຫຼວດໄດ້ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ.
ພັທ ສີເວີນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເຜີຍແຜ່ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍກຳ ລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ) ປະກອບມີ 9 ພາກ, 6 ໝວດ, 55 ມາດຕາ ເຊິ່ງໃນແຕ່ລະ ພາກ, ໝວດ ແລະ ມາດຕາ ແມ່ນໄດ້ກຳນົດເອົາເນື້ອໃນລາຍລະອຽດຄົບຖ້ວນ ເພື່ອຮັບປະກັນໃຫ້ກຳລັງປ້ອງກັນ ຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະ ບຽບວິໄນເຂັ້ມງວດ, ມີຄວາມຊຳນິ-ຊຳນານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນ ສະໄໝ ເພື່ອແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຮັກສາຄວາມ ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວສູ່ສັງຄົມນິຍົມເປັນກ້າວໆ.

ໃນພາກທີ 3, ມາດຕາ 22 (ປັບປຸງ) ໄດ້ລະບຸໄວ້ວ່າ: ທີ່ມາຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີທີ່ ມາຈາກພົນລະເມືອງລາວບັນດາເຜົ່າທີ່ໄດ້ສະໝັກ, ຄັດເລືອກ, ກວດກາ ແລະ ສອບເສັງເຂົ້າເປັນກຳລັງປ້ອງກັນ ຄວາມສະຫງົບ ປະຊາຊົນ; ມາຈາກນັກຮຽນ ຫຼື ນັກສຶກສາທີ່ໄດ້ຮຽນຈົບວິຊາຊີບໃດໜຶ່ງ ໂດຍມີເງື່ອນໄຂຄົບຖ້ວນ; ມາຈາກພະນັກງານ-ລັດຖະກອນທີ່ໄດ້ຮັບການຄັດເລືອກ ມາຈາກອົງການຈັດຕັ້ງຂອງພັກ ແລະ ລັດ; ໄດ້ມາຈາກກຳ ລັງເຄິ່ງອາຊີບ ແລະ ພາກສ່ວນເອກະຊົນ ທີ່ໄດ້ຮັບການຄັດເລືອກ ເຊິ່ງ ສຳລັບທີ່ມາຂອງກຳລັງປ້ອງກັນຄວາມສະ ຫງົບ ເຄິ່ງອາຊີບແມ່ນໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.