ວັນທີ 14 ມິຖຸນາ 2018, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍ ຄະນະໄດ້ລົງຕິດຕາມກວດກາໂຄງການຕັດຜັງບ້ານ, ຍົກຍ້າຍ ແລະ ກໍ່ສ້າງຈັດສັນເຂດທີ່ມີຄວາມສ່ຽງຢູ່ບ້ານ ຫ້ວຍ ເພາະ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍມີບໍລິສັດຜູ້ຮັບເໝົາໂຄງການ, ອໍານາດການປົກຄອງບ້ານ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການລົງຕິດຕາມກວດກາຄັ້ງນີ້ແມ່ນ ໄດ້ລົງກວດກາສະຖານທີ່ໃນການຈັດຕັ້ງປະຕິບັດຂອງໂຄງການຕັດຜັງບ້ານ, ຍົກຍ້າຍ ແລະ ກໍ່ສ້າງຈັດສັນເຂດທີ່ມີຄວາມສ່ຽງ; ເຊິ່ງມີ 29 ຫຼັງ ຄາເຮືອນລວມມູນຄ່າທັງໝົດ 3 ຕື້ກວ່າກີບ, ໂຄງ ການດັ່ງກ່າວ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນເມສາເປັນຕົ້ນມາ ໂດຍນໍາໃຊ້ແຫຼ່ງທຶນຮ່ວມແຜນ ການລົງທຶນຂອງລັດປີ 2018 ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຂວງໄຊຍະບູລີ ມາຮອດປັດຈຸບັນສໍາເລັດ 40% ແລະ ຈະໃຊ້ເວລາການກໍ່ສ້າງພາຍໃນ 12 ເດືອນຈະໃຫ້ສໍາເລັດ.

ພ້ອມດຽວກັນນີ້, ໄດ້ລົງກວດກາສະຖານທີ່ເສັ້ນທາງດິນເຊາະເຈື່ອນ  ເຂດບ້ານສະແມດໃຫຍ່ ເມືອງໄຊສະຖານ ແລະ ຍັງໄດ້ລົງຕິດຕາມຊຸກຍູ້ກຸ່ມທໍາການຜະລິດພືດລະດູຝົນຂອງກອງບັນຊາການທະຫານ ເມືອງໄຊສະຖານຕື່ມອີກ.