ທ້າຍອາທິດຜ່ານມາ, ໜ່ວຍສະຫະພັນນັກຮົບເກົ່າ ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານໄລຍະ 5 ປີຜ່ານມາ, ໂດຍການເປັນປະທານຂອງ ພັທ ທອງລາ ສີໄຕແກ້ວ ປະທານສະຫະພັນນັກຮົບເກົ່າ ບ້ານໜອງສ້າງທໍ່, ມີນາຍບ້ານ ແລະ ສະມາຊິກນັກຮົບເກົ່າພາຍໃນບ້ານເຂົ້າຮ່ວມ.

ພັທ ທອງລາ ສີໄຕແກ້ວ ກ່າວວ່າ: ຕະຫຼອດໄລຍະ 5 ປີ ( 2013-2015 ) ໜ່ວຍສະຫະພັນນັກຮົບເກົ່າ ບ້ານໜອງສ້າງທໍ່ ໄດ້ສຶກສາອົບຮົບການເມືອງ-ແນວຄິດເປັນໃຈກາງ ໂດຍຖືເອົາເນື້ອໃນ 3 ດີ 6 ຮັກສາ ແລະ 3 ຫຼຸດ 3 ເພີ່ມ ໄປເຜີຍແຜ່ໃຫ້ບັນດາສະມາຊິກ, ແຕ່ລະຄອບຄົວໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມຂັ້ນເທິງວາງອອກ ສາມາດຄັດເລືອກປະເທດເຂັ້ມແຂງໄດ້ 17 ທ່ານ, ປະເພດແຂງ 22 ທ່ານ ແລະ ປະເພດກາງ 13 ທ່ານ ຈາກທັງໝົດ 54 ທ່ານ. ໃນນີ້, ໄດ້ເຂົ້າຮ່ວມຂະບວນການຕ່າງໆ ເປັນຕົ້ນແມ່ນຮຽນມະຕິລະບຽບກົດໝາຍເປັນປະຈໍາ, ເຂົ້າຮ່ວມຂະບວນການອອກແຮງງານ 6 ສໍ, ເກັບເງິນສະຕິຢ່າງເປັນປົກກະຕິຕໍ່ເນື່ອງ ພ້ອມທັງລົງເຄື່ອນໄຫວຢ້ຽມຢາມ, ຊ່ວຍເຫຼືອເບິ່ງແຍງບັນດາສະມາຊິກໃນຍາມເຈັບປ່ວຍ.

ໃນຕໍ່ໜ້າ, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ບັນດາສະມາຊິກມີຄວາມສະຫງົບອຸ່ນອ່ຽນທຸນທຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຈົ່ງຮັກພັກດີ, ດໍາເນີນການເກັບເງິນສະຕິໃຫ້ໄດ້ຄົບຕາມເປົ້າໝາຍຢ່າງຕໍ່ເນື່ອງ ພ້ອມທັງປຸກລະດົມບັນດາອ້າຍນ້ອງສະມາຊິກໃຫ້ມີຄວາມສະມັກຄີຊ່ວຍເຫຼືອເບິ່ງແຍງເຊິ່ງກັນແລະກັນ ໃຫ້ຟົດຟື້ນກວ່າເກົ່າ.