ຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມປະເມີນຜົນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ໃນວັນທີ 21 ມີຖຸນາ ຜ່ານມານີ້, ໂດຍການເປັນປະທານສະຫາຍ ພັອ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີທ່ານ ບຸນຄົບ ພົມມະຈັນ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ບັນດາຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ 26 ໜ່ວຍພັກ ອ້ອມຂ້າງກອງບັນຊາການ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານເນື້ອໃນຮ່າງບົດສະຫຼຸບ ການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ທົ່ວອົງຄະນະພັກກອງບັນຊາການ ປກສ ແຂວງ ປະຈຳປີ 2017 ວ່າ: ຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ ປະກອບມີ 5 ຄະນະພັກຮາກຖານ 26 ໜ່ວຍພັກ, ມີສະມາຊິກທັງໝົດ 426 ສະຫາຍ ຍິງ 88 ສະຫາຍ, ຄະນະພັກກອງບັນຊາການ 8 ສະຫາຍ ຍິງ 1 ສະຫາຍ, ຄະນະພັກຮາກຖານ 22 ສະຫາຍ ຍິງ 3 ສະຫາຍ, ຄະນະໜ່ວຍພັກ 71 ສະຫາຍ ຍິງ 10 ສະຫາ. ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານບົດຊີ້ແຈງລວມຂອງຄະນະພັກກອງບັນຊາການ ປກສ ແຂວງ, ບົດຊີ້ແຈງຂອງບັນດາສະຫາຍໃນຄະນະພັກກອງບັນຊາການ ປກສ ແຂວງ, ເພື່ອເປັນການຊີ້ແຈງຄືນການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ທົ່ວອົງຄະນະພັກກອງບັນຊາການ ປກສ ແຂວງ ປີ 2017 ໃຫ້ໄດ້ຮັບໝາກຜົນສູງ ຮັບປະກັນໃຫ້ແກ່ການຊີ້ນຳ-ນຳພາວຽກງານປ້ອງກັນຄວາມສະຫງົບ ໃຫ້ໄດ້ດີ ແລະ ມີຜົນສຳເລັດ.

ໂອກາດນີ້, ທ່ານ ບຸນຄົບ ພົມມະຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທີ່ໄດ້ນຳພາດຳເນີນຊີວິດການເມືອງປັບປຸງປົວແປງພັກໄດ້ຮັບໝາກຜົນດີ; ພ້ອມທັງຊີ້ນຳໃຫ້ຄະນະພັກ, ພະນັກງານສະມາຊິກພັກທຸກຂັ້ນ ຕ້ອງມີຄວາມເປັນເອກະພາບ ແລະ ມີຄວາມຈິງໃຈກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍຄວາມຈິງໃຈ ແລະ ຮຽກຮ້ອງໃຫ້ສືບຕໍ່ກວດກາປັບປຸງປົວແປງພັກ ແລະ ພ້ອມກັນສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.