ສອງກຳລັງ ປກຊ-ປກສ ແຂວງບໍລິຄຳໄຊ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 19 ມິຖຸນາຜ່ານມານີ້, ຢູ່ກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ່ງ, ຝ່າຍລາວນຳໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ຝ່າຍ ສສ ຫວຽດນາມ ນໍາໂດຍ ພັອ ວໍ້ຈອງຮາຍ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕີ່ງ ສສ ຫວຽດນາມ ພ້ອມດ້ວຍຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນແຂວງຂອງຕົນໄລຍະຜ່ານມາໃຫ້ຮັບຮູ້, ເຊິ່ງຄະນະຜູ້ແທນທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສາມາດປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງທັງສອງຝ່າຍໄດ້ປະສານສົມທົບກັນຢ່າງໜັກແໜ້ນໃນວຽກງານຄຸ້ມຄອງດ່ານ, ກວດກາລາດຕະເວນຄົນເຂົ້າ-ອອກເມືອງ, ເຂົ້າອອກຜ່ານປະຕູດ່ານຕາມແນວຊາຍແດນ; ໃນປີຜ່ານມາ, ທັງສອງດ່ານສາມາດເກັບກໍາຄົນເຂົ້າ-ອອກເມືອງ ຈຳນວນ 559.409 ຄົນ ແລະ ພາຫະນະ 106.693 ຄັນ, ໄດ້ກຳສະພາບຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄຳໄຊ ແລະ ແຂວງຮ່າຕີ່ງ ຈຳນວນ 44 ຫຼັກໝາຍ, ໄດ້ປະສານສົມທົບມ້າງ 3 ລາຍຄະດີໃຫຍ່ກ່ຽວກັບ ຢາເສບຕິດ ພ້ອມທັງຈັບຜູ້ຖືກຫາໄດ້ 12 ຄົນ ມີຂອງກາງປະເພດເຮໂຣອິນ 137 ແທ່ງ, ກັນຊາອັດແທ່ງ 1.000 ກ້ອນອັດແທ່ງ, ຢາບ້າ 210.000 ເມັດ ແລະ ລົດໃຫຍ່ 6 ຄັນ. ນອກນັ້ນ, ຍັງໄດ້ຜັດປ່ຽນກັນມີຄຳເຫັນສົນທະນາຮ່ວມກັນ ເພື່ອຄວາມເປັນເອກະພາບກັນໃນການປະສານສົມທົບທາງດ້ານວຽກງານວິຊາສະເພາະຕ້ານ ແລະ ສະກັດກັ້ນກຸ່ມຄົນບໍ່ດີທີ່ເຄື່ອນໄຫວກະທຳຜິດ ເປັນຕົ້ນແມ່ນຄ້າ-ຂາຍເຖື່ອນ, ລັກເຂົ້າ-ອອກເມືອງຜິດກົດໝາຍ.

ເພື່ອສືບຕໍ່ພົວພັນຮ່ວມມືວຽກງານປົກປັກຮັກສາຄວາມສະຫງົບ ສະນັ້ນໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນບົດຮຽນ ໂດຍປະສານສົມທົບຂໍ້ມູນ-ຂ່າວສານ ເພື່ອຈັດຕັ້ງຜັນຂະຫຍາຍສາຍພົວພັນແບບພິເສດຂອງສອງພັກ-ສອງລັດເຂົ້າໃນການຮ່ວມມື ເພື່ອປ້ອງກັນ ແລະ ສະກັດກັ້ນສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນຂອບເຂດຊາຍແດນຂອງສອງປະເທດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ; ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ໃຫ້ພົນລະເມືອງຂອງສອງປະເທດ ທີ່ຢູ່ລຽບຕາມຊາຍແດນມີຄວາມເຄົາລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດ ໂດຍສະເພາະປະຕິບັດການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ທັງສອງປະເທດມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ ເພື່ອເຮັດໃຫ້ແຂວງບໍລິຄຳໄຊ ແລະ ແຂວງຮ່າຕີ່ງ ກາຍເປັນຊາຍແດນສັນຕິພາບ-ມິດຕະພາບໝັ້ນຄົງຕະຫຼອດໄປ.