ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມປະກາດຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍ ການແຕ່ງຕັ້ງຮອງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໃນວັນທີ 25 ມິຖຸນາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມ.

ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ຜ່ານຂໍ້ຕົກລົງວ່າ: ອີງຕາມກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ວ່າດ້ວຍ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງ ກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ຄັ້ງທີ 8 ມິຖຸນາ 2018, ອີງຕາມໜັງສືສະເໜີຂອງ ຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 533/ຄຈນວ, ລົງວັນທີ 12 ມິຖຸນາ 2018, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕົກລົງແຕ່ງຕັ້ງ ທ່ານ ປານີ ທີລະສັກ ຫົວໜ້າຂະແໜງປະກັນສັງຄົມ ແລະ ທ່ານ ວິໄລພອນ ບຸນລາວົງ ຫົວໜ້າຂະແໜງກວດກາ ເປັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ.

ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຊີ້ນໍາໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຄັ້ງນີ້, ຈົ່ງມີຄວາມພາກພູມໃຈຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກຂັ້ນເທິງທີ່ໄດ້ມອບໝາຍໜ້າທີ່ອັນມີກຽດນີ້ໃຫ້.

ພ້ອມນັ້ນ, ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ນີ້ ຕ້ອງເອົາໃຈໃສ່ສືບຕໍ່, ປັບປຸງ, ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານອັນສະຫງ່າລາສີ ແລະ ມີກຽດດັ່ງກ່າວໃຫ້ມີການພັດທະນາ, ມີຜົນສໍາເລັດ ແລະ ມີຜົນໄດ້ຮັບສູງສຸດສົມກັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງຢ່າງແທ້ຈິງ.