ສະພາບລັກລອບຄ້າຂາຍຢາເສບຕິດໃນປັດຈຸບັນຍັງສືບຕໍ່ມີທ່າອ່ຽງ, ເຊິ່ງໄດ້ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ, ບັນ ຫາດັ່ງກ່າວ ເຈົ້າໜ້າທີ່ໄດ້ເອົາໃຈໃສ່ ສະກັດກັ້ນ ແລະ ປາບປາມ ພ້ອມທັງຈັບຕົວຜູ້ກະທຳຜິດໄດ້ຈໍານວນບໍ່ໜ້ອຍ ນໍາໄປບໍາບັດ, ດັດສ້າງ, ຈໍານວນໜຶ່ງ ກໍຖືກດໍາເນີນຄະດີຕາມກົດໝາຍ; ເຊິ່ງເມື່ອຕົ້ນເດືອນຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ມ້າງຄະດີຢາເສບຕິ ທີ່ມີຜູ້ຖືກຫາຈຳນວນ 6 ຄົນ ມາດຳເນີນຄະດີ.

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 8 ພຶດສະພາ ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ແກ້ໄຂກຸ່ມຄ້າຂາຍຢາເສບຕິດໄດ້ 6 ຄົນ. ໃນນີ້, ໃນເບື້ອງຕົ້ນແມ່ນຈັບໄດ້ 2 ຄົນ  ຢູ່ເຂດສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊື່ ທ້າວ ພູເງິນ ຫຼື ໂບ້ ອາຍຸ 33 ປີ ຢູ່ບ້ານສອງຂົວກາງ ແສນ ເມືອງນາຊາຍທອງ ແລະ ທ້າວ ວິໄຊ ຫຼື ແອນ້ອຍ ອາຍຸ 24 ປີ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ພ້ອມ ຂອງກາງຢາບ້າ 2.000 ເມັດ ໄປສອບສວນໃນເບື້ອງຕົ້ນ ກໍສາມາດຕິດຕາມຈັບຜູ້ຮ່ວມຂະບວນການນໍາກັນຊື່ ທ້າວ ໄຊ ອາຍຸ 35 ປີ ຢູ່ບ້ານໂພນທອງເໜືອ ເມືອງຫີນເຫີບ ແຂວງວຽງຈັນ ທີ່ເຊົ່າຫ້ອງຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດ ຕະບອງ ພ້ອມຢາບ້າ 202 ເມັດ ແລະ ຢາໄອສ໌ 2,4 ກຼາມ.

ຜ່ານການສອບສວນ ທ້າວ ໄຊ ກໍ ສາມາດຕິດຈັບໄດ້ອີກ 3 ຄົນ ຊື່ ທ້າວ ກຽງຄຳ ອາຍຸ 32 ປີ ຢູ່ບ້ານແກ້ງໜໍ້ ເມືອງ ສັງທອງ, ນາງ ຊະມັດຊະຍາ ຫຼື ເອີນ ອາຍຸ 23 ປີ ສັນຊາດໄທ ຢູ່ເມືອງ ແລະ ແຂວງໜອງຄາຍ ພັກເຊົາຢູ່ນຳ ທ້າວ ກຽງຄຳ ທັງສອງມີຂອງກາງ 2.826 ເມັດ ແລະ ທ້າວ ພູທອນ ສຸລີນ ອາຍຸ 27 ປີ ຢູ່ບ້ານນໍ້າເຮີ້ ເມືອງໜື່ນ ແຂວງ ວຽງຈັນ ພ້ອມຂອງກາງຢາບ້າ 7 ເມັດ ໄປສອບສວນ. ພວກກ່ຽວສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວຊື້-ຂາຍຢາ ເສບຕິດມາແຕ່ຕົ້ນປີ 2018 ສ່ວນຫຼາຍແມ່ນຂາຍຢູ່ຕາມສະຖານທີ່ບັນເທີງ, ຮ້ານເກມ ແລະ ຮ້ານສະນຸກເກີ.

ນອກນີ້, ເຈົ້າໜ້າທີ່ຍັງໃຫ້ຮູ້ວ່າ: ໃນວັນທີ 10 ພຶດສະພາ 2018 ໄດ້ກັກຕົວທ້າວ ເບວ ອາຍຸ 22 ປີ ຢູ່ບ້ານຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ກຳລັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດເມືອງສັງທອງ ພ້ອມຂອງກາງ 269 ເມັດ ແລະ ປືນສັ້ນ 1 ກະບອກ ພ້ອມລູກປືນ ຈຳນວນ 10 ລູກ ໄປ ສອບສວນຂະຫຍາຍຜົນ.

ທ້າວ ເບວ ສາລະພາບວ່າ: ເລີ່ມພົວພັນກັບຢາບ້າມາແຕ່ປີ 2017 ໂດຍ ຊື້ຢູ່ຕາມຮ້ານສະນຸກເກີ ແລະ ຮ້ານເກມ ເພື່ອໄປເສບ, ໃນເດືອນມັງກອນ 2018 ໝູ່ທີ່ຂາຍຢາບ້າໃຫ້ແຕ່ລະຄັ້ງໄດ້ຊັກຊວນໃຫ້ຮັບເອົາໄປຂາຍ. ຈາກນັ້ນ, ກໍຮັບເອົາຄັ້ງທຳອິດ 10 ເມັດ. ຮອດວັນທີ 10 ພຶດສະພາ 2018, ໄດ້ເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເສັ້ນທາງເຂດ ບ້ານທ່ານາສ້າງຫີນ ເມືອງສັງທອງ ແຕ່ຖືກເຈົ້າໜ້າ ທີ່ກັກຕົວໄດ້ຢູ່ລະຫວ່າງທາງໄປດຳເນີນຄະດີ.