ປັດຈຸບັນ, ນະຄອນຫຼວງວຽງຈັນ ມີປະຊາກອນເພີ່ມຂຶ້ນຢ່າງໄວວາ, ເຊິ່ງຄົນເຫຼົ່ານີ້ມີທັງຜູ້ອາໄສປະຈໍາ, ຍົກຍ້າຍຖິ່ນ ຖານ, ມາຮໍ່າຮຽນ, ປະກອບອາຊີບ ແລະອື່ນໆ, ຄຽງຄູ່ກັບການເພີ່ມຂຶ້ນຂອງປະຊາກອນນັ້ນ ຍັງມີບັນຫາຂາຍເຄື່ອງ ຊະຊາຍຕາມຖະໜົນຫົນທາງ ແລະ ທາງຄົນຍ່າງ, ປຸກສ້າງກວມເອົາທາງຄົນຍ່າງ, ຕັ້ງປ້າຍໂຄສະນາບໍ່ຖືກຕາມລະ ບຽບການ; ບັນຫາດັ່ງກ່າວນີ້, ການນໍານະຄອນຫຼວງວຽງຈັນ ຈຶ່ງອອກຄໍາສັ່ງ ແລະ ຂໍ້ຕົກລົງໃນເດືອນທັນວາ 2017 ເພື່ອຫັນກໍາລັງລົງກໍ່ສ້າງຮາກຖານການ ເມືອງຢູ່ນະຄອນຫຼວງວຽງຈັນ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍຂອງສັງຄົມ ຢູ່ນະຄອນຫຼວງວຽງຈັນ ຮັບປະກັນໃຫ້ບັນຫາດັ່ງກ່າວນີ້ຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດ ໄປຈາກສັງຄົມ ເພື່ອເຮັດໃຫ້ສັງຄົມໜ້າຢູ່.

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບວຽກ ງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ກ່າວໃນກອງປະຊຸມສະຫຼຸບວຽກງານການ ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ ນວ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 19 ມິຖຸນາ ຜ່ານມາວ່າ: ການ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແມ່ນໜຶ່ງໃນຂະບວນການດັ່ງກ່າວ ໂດຍເຮັດ ໜ້າທີ່ໃນການສັບຊ້ອນກິດຈະກໍາຕ່າງໆທີ່ບໍ່ເໝາະສົມຄືນໃໝ່, ສິ່ງທີ່ຜິດກັບລະບຽບການ, ນິຕິກໍາ, ກົດໝາຍ ແລະ ແຜນຜັງຂອງຕົວເມືອງທີ່ໄດ້ກໍານົດໄວ້ ໂດຍແບ່ງອອກເປັນ 4 ຂົງເຂດຄື: ຂົງເຂດໂຍທາທິການ ແລະ ຂົນສົ່ງ, ຂົງ ເຂດການຄ້າ, ຂົງເຂດພະລັງງານ, ໂທລະຄົມ ແລະ ການສື່ສານ, ຂົງເຂດວັດທະ ນາທໍາ; ເຊິ່ງການຈັດສັນຄວາມບໍ່ ເປັນລະບຽບຮຽບຮ້ອຍຕາມສອງຝາກທາງ ແມ່ນໜ້າທີ່ຫຼັກຂອງຂະແໜງໂຍທາ ທິການ ແລະ ຂົນສົ່ງ ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງລົງເຮັດໜ້າທີ່ໃນການຈັດ ສັນບາງເສັ້ນທາງເດີນລົດຄືນໃໝ່, ຮື້ຖອນ ສິ່ງຕໍ່ເຕີມການກໍ່ສ້າງ ບໍ່ຖືກຕ້ອງກັບແຜນຜັງ ແລະ ສິ່ງຮົກເຮື້ອຕາມຖະໜົນຫຼວງ ແລະ ເສັ້ນທາງສໍາຄັນໃນເທດສະບານ, ຮື້ຖອນປ້າຍ ໂຄສະນາທຸກຊະນິດທີ່ຕິດຕັ້ງ ແລະ ມີຮູບແບບເນື້ອໃນບໍ່ຖືກລະບຽບ, ແກ້ໄຂສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມສາທາລະນະ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນກິດຈະການກໍ່ສ້າງ ແລະ ສ້ອມແປງຕຶກອາຄານ; ຜ່ານ ການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະລົງກໍ່ສ້າງຮາກຖານການເມືອງຢູນະຄອນຫຼວງວຽງຈັນ ຈົນເຖິງປັດຈຸບັນເຫັນ ວ່າວຽກງານບາງດ້ານກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມສອງຝາກທາງມີຜົນສໍາເລັດບາງ ສ່ວນ ແຕ່ຍັງມີຫຼາຍເສັ້ນທາງທີ່ຢັງແກ້ໄຂບໍ່ທັນຂາດຕົວ ເປັນຕົ້ນແມ່ນຖະໜົນສຸພານຸວົງ, ຖະໜົນລ້ານຊ້າງ, ເມືອງ ໄຊເສດຖາ, ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກ.

ໃນ 6 ເດືອນຕົ້ນປີ 2018, ຄະນະ ຮັບຜິດຊອບໄດ້ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນ ແລະ ຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມ ເສັ້ນທາງ ແລະ ເມືອງຕ່າງໆເຊັ່ນ: ຖະ ໜົນສຸພານຸວົງ ຊ່ວງທີ 1 ແຕ່ສະໜາມ ບິນວັດໄຕ-ສວນເຈົ້າຟ້າງຸ່ມ ມີເທີບເງີບ ທັງໝົດ 36 ກໍລະນີ, ປ້າຍໂຄສະນາ 80 ປ້າຍ, ຮົ້ວກໍາແພງ 5 ກໍລະນີ ແລະ ຕູ້ເອທີເອັມ 3 ໜ່ວຍ. ປັດຈຸບັນ, ແມ່ນສາມາດແກ້ໄຂໄດ້ເກືອບໝົດຍັງເຫຼືອແຕ່ເທີບເງີບ 2 ກໍລະນີ ແລະ ຮົ້ວກໍາ ແພງ 3 ກໍລະນີ; ຊ່ວງທີ 2 ແຕ່ສະ ໜາມບິນວັດໄຕ-3 ແຍກສີໄຄ ມີເທີບ ເງີບ 104 ກໍລະນີ, ປ້າຍໂຄສະນາ 54 ປ້າຍ, ຮົ້ວກໍາແພງ 2 ກໍລະນີ ສາມາດແກ້ໄຂໄດ້ 100%; ຖະໜົນລ້ານຊ້າງມີເທີບເງີບ 24 ກໍລະນີ, ປ້າຍໂຄສະນາ 8 ປ້າຍ, ຮົ້ວກໍາແພງ 6 ກໍລະນີ ແລະ ໝ້ໍແບ່ງໄຟຟ້າ 4 ໜ່ວຍ ແມ່ນກໍາລັງປະສານກັບຫ້ອງວ່າການກະຊວງ ປກສ ເພື່ອຂໍນໍາໃຊ້ດິນຈໍານວນ 25 ຕາແມັດ ຢູ່ເຂດແດນຂອງກະຊວງ ປກສ ເພື່ອນໍາ ໃຊ້ໃນການຍົກຍ້າຍ.

ສະເພາະຢູ່ບັນດາເມືອງປະກອບມີ: ເມືອງໄຊເສດຖາ ມີ 5 ຖະໜົນ ສາຍຫຼັກ, ກໍາລັງປະຕິບັດຢູ່ 2 ເສັ້ນຄື: ຖະໜົນ ທາດຫຼວງ ແຕ່ວົງວຽນທາດຫຼວງ-ຂົວທາດຫຼວງ ແລະ ຖະໜົນກໍາແພງເມືອງ. ປັດຈຸບັນ, ແມ່ນໄດ້ລົງເກັບກໍາຂໍ້ມູນ ແລະ ອອກແບບຖະໜົນດັ່ງກ່າວສໍາເລັດ 100% ແລະ ໃນວັນທີ 22 ພຶດສະພາ 2018 ໄດ້ເປີດກອງປະຊຸມລຸລ່ວງ ນໍາປະຊາຊົນເຂດດັ່ງກ່າວຕື່ມ; ເມືອງຈັນທະບູລີ ມີ 5 ຖະໜົນສາຍຫຼັກ, ກໍາລັງປະ ຕິບັດຢູ່ 2 ເສັ້ນຄື: ຖະໜົນລ້ານ ຊ້າງ, ຖະໜົນໄຊເສດຖາທິລາດ ໄດ້ລົງເກັບກໍາຂໍ້ມູນສໍາເລັດ 100% ແລະ ຈະເປີດກອງປະຊຸມລຸລ່ວງຮ່ວມກັບປະ ຊາຊົນ ໃນໄວໆນີ້; ເມືອງສີໂຄດຕະບອງ ມີ 4 ຖະໜົນສາຍຫຼັກ ກໍາລັງປະຕິບັດຢູ່ 2 ເສັ້ນຄື: ຖະໜົນສຸພານຸວົງ, ຖະ ໜົນເລກທີ 13 ເໜືອ ແຕ່ 3 ແຍກສີໄຄ-3 ແຍກ ໜອງບຶກ. ຮອດປັດຈຸບັນ, ໄດ້ລົງເຮັດບົດບັນທຶກກັບເຈົ້າຂອງ ເທີບເງີບໄດ້ 95% ແລ້ວ ແລະ ສາມາດຮື້ຖອນແລ້ວ 15%; ເມືອງສີສັດຕະນາກ ມີ 4 ຖະໜົນສາຍຫຼັກ ກໍາລັງ ປະຕິບັດຢູ່ 2 ເສັ້ນ ຄື: ຖະ ໜົນທ່າເດື່ອ ແຕ່ 4 ແຍກທາດຂາວ-3 ແຍກຈີ່ນາຍໂມ້ ກໍາລັງລົງເກັບກໍາຂໍ້ມູນໄດ້ 20% ແລະ ຖະໜົນດົງປາລານ ແມ່ນຍັງບໍ່ທັນໄດ້ປະຕິບັດເທື່ອ.

ສະເພາະການປ້ອງກັນອຸບັດຕິເຫດ ແລະ ການແກ້ໄຂການສັນຈອນແອອັດ ຕາມທ້ອງຖະໜົນຢູ່ນະຄອນຫຼວງວຽງ ຈັນ ມີຈຸດທີ່ມັກເກີດອຸບັດຕິເຫດທັງໝົດ 30 ຈຸດ, ສາມາດແກ້ໄຂໄດ້ແລ້ວ 8 ຈຸດ ແລະ ຍັງມີອີກ 42 ຈຸດທີ່ມີບັນ ຫາການສັນຈອນແອອັດ, ເຊິ່ງແກ້ໄຂໄດ້ ແລ້ວເຄິ່ງໜຶ່ງດ້ວຍວິທີການຕິດຕັ້ງປ້າຍຈະລາຈອນ, ແຕ້ມເສັ້ນ, ທາສີຂອບ ທາງ, ເປີດມູນລ້ຽວ (ເສັ້ນທາງເວັ້ນ), ກໍ່ສ້າງສະ ຖານທີ່ຈອດລົດຮັບສົ່ງນັກຮຽນ, ແນະ ນໍາຜູ້ປະກອບການຈັດສະ ຖານທີ່ຈອດລົດໃຫ້ລູກຄ້າ, ຕິດຕັ້ງຮາວເຫຼັກແຄມທາງຄົນຍ່າງ, ຈັດສັນບ່ອນຈອດລົດຄືນໃໝ່ ແລະອື່ນໆ.

ປະຊາຊົນສ່ວນຫຼາຍເວົ້າເປັນສຽງດຽວກັນວ່າ: ເຈົ້າໜ້າທີ່ລົງແກ້ໄຂບັນຫາເທີບເງີບ, ປ້າຍໂຄສະນາຕາມແຄມທາງ ທີ່ກວມເອົາເສັ້ນທາງ ແມ່ນເປັນຜົນດີຫຼາຍຕໍ່ກັບຜູ້ທີ່ຍ່າງຕາມແຄມທາງ ແລະ ເປັນຜົນດີຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນ ເພາະ ວ່າຈະເຮັດໃຫ້ຖະໜົນເປີດກວ້າງ ແລະ ໂລ່ງດີຂຶ້ນກວ່າເກົ່າ ເຮັດໃຫ້ການສັນ ຈອນໄປ-ມາມີຄວາມຄ່ອງຕົວດີ; ຖ້າວ່າ ເຈົ້າໜ້າທີ່ແກ້ໄຂໄດ້ໝົດຢູ່ຕາມແຄມທາງສາຍຕ່າງໆໃນນະຄອນຫຼວງວຽງຈັນ ເຊື່ອວ່າການສັນຈອນຈະຄ່ອງ ຕົວດີກວ່ານີ້; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ພາກສ່ວນທີ່ກ່ຽວຂ້ອງເລັ່ງແກ້ໄຂບັນຫານີ້ໃຫ້ໝົດໄປ ເພື່ອເຮັດໃຫ້ບັນຫາ ແອອັດຕາມສອງຝາກທາງໝົດໄປ ແລະ ເຮັດໃຫ້ການສັນຈອນມີຄວາມສະດວກສະບາຍດີຂຶ້ນກວ່າເກົ່າ.

ຢ່າງໃດ້ກໍຕາມ; ທີ່ຜ່ານມາ, ເຖິງວ່າຄະນະຮັບຜິດຊອບຈະເອົາໃຈໃສ່ຈັດຕັ້ງປະຕິບັດກໍຕາມ ແຕ່ຍັງມີອຸປະສັກຫຼາຍ ຢ່າງທີ່ຄະນະຈະໄດ້ເອົາໃຈໃສ່ແກ້ໄຂເປັນ ຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານບາງຄັ້ງຍັງຊັກຊ້າ, ບໍ່ໄປຕາມແຜນ ທີ່ວາງໄວ້ ຍ້ອນວຽກດັ່ງກ່າວແມ່ນຕິດພັນກັບຫຼາຍຂະແໜງການ, ເຊິ່ງມີບາງພາກສ່ວນຍັງບໍ່ໃຫ້ຄວາມຮ່ວມມດີ ເທົ່າ ທີ່ຄວນ, ໜ່ວຍງານກວດກາເຄຫາ-ຜັງເມືອງ ຍັງຂາດເຂີນບຸກຄະລາກອນໃນ ການປະຕິບັດວຽກງານດັ່ງກ່າວ, ຂາດເຂີນງົບປະມານໃນການເຄື່ອນໄຫວວຽກງານຂອງຄະນະກໍາມະການ, ບາງຄອບຄົວຍັງບໍ່ທັນໃຫ້ການຮ່ວມມື ເຫດຜົນ ຍ້ອນອ້າງຜູ້ທີ່ມີອໍານາດອິດທິພົນຂັດຂວາງກເຮັດວຽກຂອງເຈົ້າໜ້າທີ່.