ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ IX ຂຶ້ນຢ່າງເປັນທາງການ ໃນວັນທີ 25 ມິຖຸນາ 2018 ເປັນປະທານໂດຍ ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຕາງໜ້າຄະນະປະທານ ແລະ ຄະນະກຳມະການຜູ້ແທນສະພາປະຊາຊົນແຂວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໂອໄດ ສຸດາພອນ ໄດ້ກ່າວເປີດກອງປະຊຸມໂດຍຍົກໃຫ້ເຫັນບັນດາເນື້ອໃນສຳຄັນຕົ້ນຕໍ ກ່ຽວກັບການຕີລາຄາຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝທີ 9 ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 2 ປີທີ່ຜ່ານມາ ແລະ ບາງໜ້າທີ່ຈຸດສຸມໃນຕໍ່ໜ້າ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມພ້ອມກັນເຊີດຊູຄວາມຮັບຜິດຊອບເປັນເຈົ້າການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນໃສ່ຮ່າງມະຕິກອງປະຊຸມຄັ້ງນີ້ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຮາກຖານ, ກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມ, ຍັງຈະໄດ້ເຊື່ອມຊຶມເອກະສານທີ່ສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນເອກະສານຄຳແນະນຳເລກທີ 292/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເອກະສານຄຳແນະນຳ ເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັ່ງ ເລກທີ 04/ ຄລສພ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 3 ວັນ ນັບແຕວັນ ທີ 25-27 ມິຖຸນາ 2018 ຈຶ່ງໄດ້ສໍາເລັດຜົນ.