ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ (ວັນທີ 26 ມິຖຸນາ 1987-26 ມິຖຸນາ 2018) ໃນວັນທີ 26 ມິຖຸນາ 2018 ເປັນປະທານໂດຍ ພັທ ສີວົງໄຊ ວິໄລໄຟ ຮອງກອງບັນຊາການ ປກສ ແຂວງ ແລະ ເຂົ້າຮ່ວມໂດຍ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ, ມີອໍານາດການປົກຄອງຂັ້ນຕ່າງໆ, ບັນດາຂະແໜງການທີ່ກ່ຽວຂ້ອງ, ກໍາລັງປະກອບອາວຸດ, ພະນັກງານ-ລັດຖະກອນ, ບໍລິສັດ, ລັດວິສາຫະກິດ ແລະ ປວງຊົນເທດສະບານ ແຂວງຜົ້ງສາລີ ເຂົ້າຮ່ວມ.

ໃນພິທີ, ພັທ ວັນສຸກ ສຸລິຍະ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ, ຕ້ານການລັກລອບປູກຝິ່ນ ປະຈໍາປີ 2017 -2018 ແລະ ວາງທິດທາງແຜນການ ປະຈໍາປີ 2018-2019; ເຊິ່ງໃນຕະຫຼອດໄລຍະຜ່ານມາ ກໍາລັງຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ກໍາລັງ ປກສ ເມືອງ ໄດ້ຕັ້ງໜ້າບຸກບືນ, ຫ້າວຫັນ, ເອົາໃຈໃສ່ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຊອກຫາວິທີການ ແລະ ມາດຕະການສະກັດກັ້ນ ແລະ ແກ້ໄຂ, ໃນນີ້ສາມາດຍາດໄດ້ຜົນງານຄື: ມ້າງຄະດີຢາເສບຕິດໄດ້ທັງໝົດ 32 ເລື່ອງ, ກັກຜູ້ຖືກຫາໄດ້ 45 ຄົນ ຍິງ 5 ຄົນ, ຄົນຕ່າງປະເທດ 1 ຄົນ, ຢຶດຂອງກາງໄດ້ ເຮໂຣອິນ 57 ແທ່ງ, ຢາບ້າໄດ້ 101.350 ເມັດ, ຢາຝິ່ນ 9,35 ກິໂລກຼາມ, ລົດໃຫຍ່ 2 ຄັນ ພ້ອມຂອງກາງປະເພດອື່ນໆ, ລົງທໍາລາຍສວນຝິ່ນຢູ່ບັນດາເມືອງໃນ 7 ເມືອງທົ່ວແຂວງ ມີ 82,41 ເຮັກຕາ.

ໂອກາດດັ່ງກ່າວ, ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີ ໄດ້ຍົກໃຫ້ເຫັນສະຖານະພາບຂອງບັນຫາຢາເສບຕິດ ໄດ້ກາຍເປັນໄພຄຸກຄາມຢ່າງຮ້າຍແຮງຕໍ່ຊີວິດ ແລະ ຊັບສົມບັດຂອງມະນຸດ, ບັນຫາຢາເສບຕິດເປັນບໍ່ເກີດແຫ່ງການກໍ່ອາຊະຍາກໍາ, ເປັນບໍ່ເກີດແຫ່ງຄວາມທຸກຍາກ ແລະ ຖ່ວງດຶງການພັດທະນາຂອງປະເທດຊາດ, ຍ້ອນແນວນັ້ນກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ສະໄໝພິເສດໄດ້ໄຂຂຶ້ນ ໃນປີ 1998, ກອງປະຊຸມໄດ້ວາງເປົ້າໝາຍ ໂດຍແຕ່ລະປະເທດສະມາຊິກຕ້ອງສູ້ຊົນຕໍ່ການປະຕິບັດ ແລະ ຕ້ານຍຸດທະສາດດ້ວຍການແກ້ໄຂບັນຫາໃຫ້ໄດ້ໃນແຕ່ລະໄລຍະ, ໃນລະດັບພາກພື້ນ ແລະ ແຕ່ລະປະເທດ ເວົ້າລວມF ເວົ້າສະເພາະໃນແຂວງຜົ້ງສາລີ ກໍໄດ້ຕັດສິນຄະດີຢ່າງເດັດຂາດ ແລະ ມີຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆທີ່ນໍາອອກມາທໍາລາຍໃນຄັ້ງນີ້ລວມມີຢາບ້າ ຈໍານວນ 3116 ເມັດ ແລະ ຢາຝິ່ນ 38,1 ກິໂລກຼາມ, ໂດຍຊ່ອງໜ້າຄະນະກໍາມະການ, ອໍານາດການປົກຄອງ, ເຈົ້າໜ້າທີ່ຕໍາຫຼວດ, ທະຫານເປັນສັກຂີພະຍານຂອງພີ່ນ້ອງຊາວແຂວງຜົ້ງສາລີ ເຂົ້າຮ່ວມພິທີໃນຄັ້ງນີ້.