ຕາມມາດຕາ 86 ກົດໝາຍອາຍາວ່າ: ບຸກຄົນໃດຫາກລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດ ໃຫ້ຜູ້ອື່ນເສຍຊີວິດຈະຖືກລົງໂທດຕັດອິດສາລະພາບ ແຕ່ສອງປີ ຫາ ຫ້າປີ ພ້ອມທັງປັບໃໝ, ເຊິ່ງໃນໄລຍະຜ່ານມາ ຄະດີອຸບັດຕິເຫດກໍເກີດຂຶ້ນຫຼາຍສົມຄວນ. ຫຼ້າສຸດໃນວັນທີ 20 ມິຖຸນາ 2018 ຄະນະສານອາຍາ ສານປະຊາຊົນຂັ້ນ ຕົ້ນແຂວງອຸດົມໄຊ ໄດ້ຕັດສິນ ທ້າວ ທອງໄຊ ອາຍຸ 19 ປີ ຢູ່ບ້ານພູຫວດ ເມືອງງ່າ ແຂວງອຸດົມໄຊ ຕັດອິດສາລະ ພາບ 2 ປີ ຖານລະເມີດກົດຈະລາຈອນທີ່ພາໃຫ້ເກດອຸບັດຕິເຫດ ແຕ່ໃຫ້ປະຕິບັດໂທດ 3 ເດືອນ 4 ວັນ ສ່ວນທີ່ ເຫຼືອແມ່ນພາກໄວ້ ໂດຍມີເງື່ອນໄຂ.

ໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງໄຈ້ແຍກການກະທຳຜິດຂອງ ທ້າວ ທອງໄຊ ຕາມສຳນວນຄະດີ ສະ ບັບເລກທີ 53/ອຍກຂ.ອດ ວັນທີ 7 ມິຖຸນາ 2018 ຢູ່ໃນທີ່ຫ້ອງປະຊຸມສານໃຫ້ຮູ້ວ່າ: ຜ່ານການຄົ້ນຄ້ວາບັນດາ ຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງຄົບຖ້ວນຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ ທ້າວ ທອງໄຊ (ຈໍາເລີຍ) ເປັນຜູ້ກະທໍາຜິດຕາມຂໍ້ກ່າວຫາແທ້, ເຊິ່ງສະແດງອອກຕາມແຜນການຊັນນະສູດວັດແທກ ສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ປກສ ເມືອງນາໝໍ້ ສະບັບລົງວັນທີ 16 ມີນາ 2018 ແລະ ຄໍາໃຫ້ການຂອງຈໍາ ເລີຍ ແລະ ທ້າວ ເຢັຍຢ້າ ຂັບຂີ່ລົດບັນທຸກ ຍີຫໍ້ HOWO ສີຂາວ ເລກທະບຽນ ບກ 1830 ອຸດົມໄຊ ເພື່ອຈະໄປແກ່ ດິນຊາຍຢູ່ບ້ານທ້ຽວ ເມືອງໄຊ ໂດຍແມ່ນ ທ້າວ ເຢັຍ ຢ້າ ເປັນຜູ້ຂັບຂີ່ໄປຮອດເຂດບ້ານນາທົງ ເມືອງນາໝໍ້ ໄດ້ ປ່ຽນໃຫ້ ທ້າວ ທອງໄຊ (ຈໍາເລີຍ) ຂັບຂີ່, ເຊິ່ງຈໍາເລີຍໄດ້ຂັບຂີ່ດ້ວຍຄວາມໄວ 50 ກິໂລເມັດຕໍ່ຊົ່ວໂມງ, ພໍຮອດເຂດ ບ້ານກູລົງ ເມືອງນາໝໍ້ (ຈຸດເກີດເຫດ) ຈໍາເລີຍໄດ້ຂັບຂີ່ລົດບັນທຸກແຊງໜ້າລົດຈັກ ຍີຫໍ້ HOGXIN ເລກທະ ບຽນບໍ່ມີ, ຂັບຂີ່ໂດຍ ທ້າວ ຈາລີວາ (ໂຈດທາງແພງ) ແລະ ມີ ນາງ ດົ້ວ ຊ້ອນທ້າຍລົດ ແຕ່ແຊງບໍ່ວິດ ຈິ່ງຕໍາໃສ່ລົດ ຈັກຂອງ ທ້າວ ຈາລີວາ ເຮັດໃຫ້ ນາງ ດົ້ວ ຟົ້ງອອກຈາກລົດຈັກແລ້ວເສຍຊີວິດ.

ເຫັນວ່າ: ທ້າວ ທອງໄຊ (ຈໍາເລີຍ) ເປັນບຸກຄົນທີ່ມີສະຕິສໍາປັດສັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ຄົບຖ້ວນຈໍາເລີຍສາມາດຄາດຄະເນໄດ້ວ່າ: ການຂັບຂີ່ໂດຍໃຊ້ຄວາມໄວທີ່ຈະແຊງລົດຄັນອື່ນຢູ່ໃນເຂດຊຸມຊົນຕ້ອງ ຮັບປະກັນຄວາມປອດໄພໃນການສັນຈອນ, ແຕ່ຈໍາເລີຍຍັງປະໝາດເລີນເລີຂັບຂີ່ລົດບັນທຸກແຊງລົດຄັນອື່ນ ທີ່ໄປກ່ອນ ໂດຍບໍ່ຮັບປະກັນຄວາມປອດໄພ ຈິ່ງເປັນຕົ້ນເຫດໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ບຸກຄົນອື່ນເສຍ ຊີວິດ, ຕໍ່ກັບການກະທໍາຂອງ ທ້າວ ທອງໄຊ ເປັນການກະທໍາຜິດຕໍ່ກົດໝາຍອາຍາໝວດທີ 1 ວ່າດ້ວຍການກະທໍາ ຜິດຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນການກະທໍາຜິດທາງອາຍາໃນຂໍ້ຫາ ລະເມີດຈະລະຈອນທີ່ພາໃຫ້ເກີດອຸບັດຕິເຫດມາດຕາ 86 ວັກ 3.

ເຫັນວ່າ: ຕໍ່ກັບການກະທໍາຜິດຂອງ ທ້າວ ທອງໄຊ (ຈໍາເລີຍ) ເປັນການກະທໍາຜິດໂດຍບໍ່ເຈດຕະນາ ແລະ ຈໍາເລີຍມີ ຄວາມຈິງໃຈໃຊ້ແທນຜົນເສຍຫາຍທາງແພງທີ່ຕົນ ເອງໄດ້ກໍ່ຂຶ້ນເປັນທີ່ຮຽບຮ້ອຍແລ້ວ ຕາມບົດບັນທຶກການໄກ ເກ່ຍ ສະບັບລົງວັນທີ 25 ເມສາ 2018 ຜ່ານການຄົ້ນ ຄວ້າເຫັນວ່າເປັນສາເຫດທີ່ພາໃຫ້ຫຼຸດຜ່ອນຄວາມຜິດທາງ ອາຍາ. ສ່ວນທາງແພງ, ທາງຄອບຄົວຂອງຄູ່ກໍລະນີ ໄດ້ ໄກ່ເກ່ຍກັນຄື ຄ່າມ້ຽນຄາບສົ່ງສະການ, ຄ່າປົວແປງຈິດໃຈ ແລະ ຄ່າສິ້ນເປື່ອງຕ່າງໆ ລວມທັງໝົດ 70 ລ້ານກີບ ໄດ້ ປະຕິບັດເປັນທີ່ຮຽບຮ້ອຍແລ້ວ.

ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ວິນິດໃສບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ຕາມຄໍາຖະແຫຼງຂອງໄອຍະການປະຊາຊົນແຂວງ ແລ້ວບອກວ່າ ທ້າວ ທອງໄຊ (ຈໍາເລີຍ) ມີຄວາມຜິດທາງອາຍາ ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ; ລົງ ໂທດຕັດອິດສາລະພາບ 2 ປີ ໃຫ້ປະຕິບັດໂທດ 3 ເດືອນ 4 ວັນ ແລ້ວໃຫ້ປ່ອຍຕົວຈໍາເລີຍ. ສ່ວນໂທດທີ່ຕັດອິດສາລະ ພາບທີ່ຍັງເຫຼືອ 1 ປີ 8 ເດືອນ 26 ວັນ ແມ່ນພາກໄວ້ ແລະ ປັບໃໝ 150.000 ກີບ, ຖ້າພາຍໃນກໍານົດ 5 ປີ ຈໍາເລີຍບໍ່ໄດ້ກະທໍາຜິດໃໝ່ ໂດຍເຈດຕະນາອີກໂທດທີ່ພາກ ໄວ້ນັ້ນກໍຈະຕົກໄປ. ແຕ່ຖ້າຈໍາເລີຍຫາກໄດ້ກະທໍາຜິດໃໝ່ ໂດຍເຈດຕະນາອື່ນອີກຈະຖືກສານຕັດສິນລົງໂທດຕັດອິດ ສາລະພາບໃຫ້ຈໍາເລີຍປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກດ້ວຍ.