ບັນຫາຢາເສບຕິດ ໂດຍສະເພາະແມ່ນຢາບ້າ” ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະພະຍາຍາມໃນການກວດກາ, ປາບ ປາມ ແຕ່ຂະບວນການດັ່ງກ່າວກໍບໍ່ມີທ່ວງທ່າວ່າຈະຫຼຸດລົງ ແຕ່ໃນທາງກັບກັນ ຍິ່ງມີການແຜ່ລາມຫຼາຍຂຶ້ນຍ້ອນ ມີຜູ້ຊົມໃຊ້ຈໍານວນຫຼາຍ. ຜົນການສໍາຫຼວດພົບວ່າ: ໄວລຸ້ນ ແລະ ມີເຍົາວະຊົນຫຼາຍແສນຄົນຢູ່ໃນສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ກໍບໍ່ລົດລະຄວາມພະຍາຍາມໃນການສະກັດກັ້ນປາບປາມຢາເສບຕິດ ແລະ ຜູ້ຊື້- ຂາຍ ເພື່ອໃຫ້ຫຼຸດລົງ. ຫຼ້າສຸດໃນວັນທີ 22 ມິຖຸນາ 2018, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການປະ ສານງານຈາກເຈົ້າໜ້າທີ່ ປກສ ເມືອງຄູນຄຳ ວ່າ: ມີຜູ້ຊາຍຄົນໜຶ່ງ ກໍາລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເຂດທາງແບ່ງຫຼັກຊາວ ເມືອງປາກກະດິງ ແຂວງບໍລິຄຳໄຊ. ດັ່ງນັ້ນ, ເຈົ້າໜ້າທີ່ຕຳ ຫຼວດວິຊາສະເພາະ ຈຶ່ງໄດ້ວາງແຜນເພື່ອດຳເນີນການສະກັດກັ້ນ ແລະ ຕິດຕາມກວດກາເປົ້າໝາຍ.

ຜ່ານການຕິດຕາມເປົ້າໝາຍໄດ້ໄລຍະໜຶ່ງ ພົບເຫັນເປົ້າໝາຍຂີ່ລົດຈັກເວບໄອ 110 ສີຂາວມ່ວງ ປ້າຍທະບຽນ ຈຄ 7417 ບໍລິຄຳໄຊ ພໍເປົ້າໝາຍຂີ່ລົດຈັກຮອດປ້ອມຕຳຫຼວດຈະລາຈອນ ເຂດບ້ານຄູນແກ້ວ ເມືອງຄູນຄຳ ຈຶ່ງໄດ້ກັກ ລົດຈັກ ພ້ອມທັງກວດຄົ້ນພົບເຫັນຢາບ້າ ຈຳນວນ 6.000 ເມັດ ຈິ່ງກັກຕົວໄວ້ ຊື່ ທ້າວ ສີວິໄຊ ຫຼື ກາຊໍ່ ອາຍຸ 34 ປີ ຢູ່ບ້ານທົ່ງວຽງຄຳ ເມືອງຄຳເກີດ ແຂວງບໍລິຄໍາໄຊ.

ຜ່ານການສອບສວນ ທ້າວ ວຽງໄຊ ຜູ້ກ່ຽວໄດ້ຊັດຖອດຜູ້ຮ່ວມຂະບວນການອີກ 3 ຄົນ. ເວລາ 11 ໂມງຂອງວັນດຽວ ກັນ ທາງເຈົ້າໜ້າທີ່ວິຊາສະເພາະ ຈິ່ງຕິດຕາມຈັບໄດ້ຕື່ມອີກ 3 ຄົນຢູ່ທີ່ຮ້ານອາຫານແຫ່ງໜຶ່ງ ເຂດບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ; ໃນນັ້ນ, ທ້າວ ກອນ ອາຍຸ 39 ປີ ຢູ່ ບ້ານກົກດູ່ ເມືອງຄຳເກີດ, ທ້າວ ແສງ ອາຍຸ 23 ປີ ຢູ່ບ້ານອຸດົມໄຊ ເມືອງ ວຽງທອງ ແລະ ທ້າວ ຫວາ ອາຍຸ 23 ປີ ຢູ່ບ້ານອຸດົມໄຊ ເມືອງວຽງທອງ ທັງໝົດຢູ່ ແຂວງ ບໍລິຄຳໄຊ ໄປດຳເນີນຄະດີ ຕາມກົດໝາຍ.

ຢ່າງໃດກໍຕາມ, ບັນຫານີ້ຈະຖືກແກ້ໄຂໄດ້ມັນແມ່ນໜ້າທີ່ຂອງທຸກຄົນໃນສັງຄົມຕ້ອງຮ່ວມມືກັນ ໂດຍສະເພາະແມ່ນ ຮາກຖານບ້ານ ກໍຄືພໍ່-ແມ່ປະຊາຊົນ ແມ່ນມີຄວາມສຳຄັນຫຼາຍໃນການປະກອບສ່ວນເຂົ້າໃນການແກ້ໄຂປະກົດການ ຫຍໍ້ທໍ້ໃນສັງຄົມ ເພື່ອເຮັດໃຫ້ຢາເສບຕິດນັບມື້ຫຼຸດລົງໄປເລື້້ອຍໆ.