ວັນທີ 18 ມິຖຸນາ 2018, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ທີ່ປະຈຳຢູ່ຈຸດກວດກາປ້ອມ ຫຼັກ 84 ບ້ານນາຝັ່ງ ເມືອງໂຂງ ແຂວງຈຳປາສັກ ໄດ້ສະກັດລັດກວດຄົ້ນລົດກະບະວີໂກ້ສີດຳ ເລກທະບຽນ ກຂ 7899 ຈຳປາສັກ ທີ່ກໍາ ລັງມຸ່ງໜ້າໄປເມືອງໂຂງ ພົບຢາບ້າ 100 ກວ່າເມັດ ຈຶ່່ງໄດ້ກັກຕົວຜູ້ຂັບຂີ່ທັງສອງ ໄປສອບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນຊື່ ທ້າວ ແອ ອາຍຸ 38 ປີ ຢູ່ບ້ານທົ່ງກວ້າງ ເມືອງ ໂພນທອງ ແລະ ທ້າວ ກະ ອາຍຸ 35 ປີ ຢູ່ບ້ານລາຊະສິນ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ ຈຳນວນ 116 ເມັດ, ລົດກະບະວີໂກ້ 1 ຄັນ, ໂທລະສັບມືຖື 3 ເຄື່ອງ, ເງິນກີບ 200.000 ກີບ ແລະ ເງິນບາດ 1.200 ບາດ.

ຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນ ການດຳເນີນການສືບສວນ-ສອບສວນ ຫາທີ່ໄປທີ່ມາຂອງຢາເສບຕິດຈຳນວນ ດັ່ງກ່າວ ແລະ ຈະໄດ້ສະຫຼຸບສຳນວນຄະ ດີສົ່ງໃຫ້ອົງການໄອຍະການສືບຕໍ່ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ ຕໍ່ໄປ.