ສານປະຊາຊົນເຂດ I ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ໃນລະຫວ່າງວັນທີ 27-29 ມິຖຸນາ 2018 ເພື່ອເຮັດໃຫ້ພະນັກງານຂອງສານກໍຄືຜູ້ພິພາສາ ໄດ້ນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ກໍຄືການຕັດສິນຄະດີຕ້ອງໃຫ້ຖືກຕ້ອງ, ເປັນທໍາ ແລະ ມີຄວາມວອງໄວ; ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຊູ ພະວິເສດ ຫົວໜ້າຫ້ອງການກວດກາພັກ-ລັດ ເມືອງນາຊາຍທອງ ຜູ້ຊີ້ນໍາວຽກງານຕຸລາການ, ມີບັນດາຄະນະສານ, ຜູ້ພິພາກສາ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີເອກະສານຄຸນທາດການເມືອງ, ເນື້ອໃນບົດໂອ້ລົມຂອງທ່ານປະທານສະພາແຫ່ງຊາດ ແລະ ເອກະສານບົດສະຫຼຸບການເຄື່ອນໄຫວຂອງປະທານສະພາຜູ້ພິພາກສາ ອັນລວມຕິດກັບຜົນງານຂອງແຕ່ລະຄະນະສານຂຶ້ນເຜີຍແຜ່ ເພື່ອເປັນການຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຢູ່ໃນສານ ໂດຍສະເພາະແມ່ນວຽກງານຕັດສິນຄະດີຂອງຜູ້ພິພາກສາ ຕ້ອງໄດ້ນໍາເນື້ອໃນເອກະສານດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານ ກໍຄືການຕັດສິນຄະດີເປັນຂັ້ນຕົ້ນ ຕ້ອງຮັບປະກັນຄວາມຖືກຕ້ອງ, ເປັນທໍາ ແລະ ປາສະຈາກຂໍ້ກ່າວຫາຂອງສັງຄົມ; ພ້ອມນັ້ນ, ກໍຍົກລະດັບໃຫ້ຜູ້ພິພາກສາ ແລະ ພະນັກງານຂອງສານແຕ່ລະຂັ້ນມີຄວາມຮູ້ຄວາມສາມາດ ແລະ ກໍາແໜ້ນຕໍ່ແນວນທາງຂອງພັກ-ລັດວາງອອກ ໃນແຕ່ລະໄລຍະ.

ໃນໂອກາດນີ້, ທ່ານ ບຸນຊູ ພະວິເສດ ຫົວໜ້າກວດກາພັກ-ລັດ ເມືອງນາຊາຍທອງ ຜູ້ຊີ້ນໍາວຽກງານຕຸລາການ ໄດ້ຂຶ້ນໂອລົມຕໍ່ກອງປະຊຸມດັ່ງກ່າວ ໂດຍເນັ້ນໃຫ້ບັນດາຜູ້ພິພາກສາ ແລະ ພະນັກງານຂອງສານນໍາເອົາເອກະສານເຫຼົ່ານີ້ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ກໍຄືການຕັດສິນຄະດີໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ແລະ ຕັດສິນຄະດີມີຄວາມວ່ອງໄວເທື່ອລະກ້າວ.