ຕົ້ນເດືອນພຶດສະພາ ທີີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງນາ ຊາຍທອງ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຊື້ ຊັບຜິດ ກົດໝາຍ ( ລົດຈັກ ) ຈາກນັ້ນ, ໄດ້ສອບສວນຂະຫຍາຍຜົນ ສາມາດຈັບກຸມຜູ້ຖືກຫາລັກຊັບຕົວຈິງທີ່ ເປັນຜູ້ນໍາໄປຂາຍ.

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງ ຈັນ ໃຫ້ຮູ້ວ່າ: ໃນເດືອນພຶດສະພາ 2018, ທ້າວ ວົງທອງ ໄດ້ ໄປຫຼິ້ນເຮືອນຂອງ ທ້າວ ເມົ້າ ອາຍຸ 28 ປີ ຢູ່ບ້ານພັດທະນາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຮອດເວລາ 23:00 ໂມງ ຜູ້ກ່ຽວໄດ້ຍ່າງກັບເມືອເຮືອນ. ພໍຮອດເຂດບ້ານບົວ ພົບ ເຫັນ ທ້າວ ນໍາ ບ້ານນາຊາຍທອງເໜືອ ຂີ່ລົດຈັກຜ່ານມາ ແລະ ໄດ້ຊວນກັນໄປກິນເບຍ ຈົນຮອດເວລາ 2:00 ໂມງ ຂອງວັນ ທີ 26 ພຶດສະພາ 2018 ທັງສອງໄດ້ພາກັນຂີ່ລົດຈັກເລາະຫຼິ້ນ. ຈາກນັ້ນ, ທ້າວ ວົງທອງ ຈຶ່ງບອກໃຫ້ ທ້າວ ນໍາ ຂີ່ລົດໄປທາງ ບ້ານຮ່ອງຄ້າ ເມືອງຈັນທະບູລີ ເພື່ອໄປລັກເອົາລົດຈັກຄາວາສະກິ ທີ່ຈອດໄວໃນເຮືອນ; ເມືອໄປຮອດເຮືອນດັ່ງກ່າວ, ທ້າວ ວົງທອງ ກໍລົງໄປຈູງເອົາລົດຈັກອອກມາໃຫ້ ທ້າວ ນໍາ ຢັນ ອອກໄປເຂດບ້ານຫົວຊ້າງ ເມືອງນາຊາຍທອງ ແລະ ໄດ້ໄປຂໍ ໃຫ້ຊ່າງແປງລົດຕໍ່ສາຍໄຟລົດຈັກໃຫ້ ແລະ ທ້າວ ນໍາ ກໍ ບອກ ໃຫ້ ທ້າວ ວົງທອງ ເອົາລົດຈັກຄັນດັ່ງກ່າວໄປຂີ່ກ່ອນ ເມື່ອໄດ້ ເງິນຈັງຊິມາເອົານໍາ.

ຕົກມາຮອດວັນທີ 1 ມິຖຸນາ 2018, ນາງ ຕຸດຕູ່ (ເຈົ້າ ຂອງລົດ) ໄດ້ຂັບຂີ່ລົດຈັກເພື່ອຈະໄປຫາໜໍ່ໄມ້ຢູ່ເຂດເມືອງ ນາຊາຍທອງ. ໃນເວລານັ້ນ, ໄດ້ພົບເຫັນຜູ້ຍິງຄົນໜຶ່ງຂັບຂີ່ລົດຈັກ ຂອງຕົນເຂົ້າໄປໃນຮ້ານຂາຍເຄື່ອງແຫ່ງໜຶ່ງ; ຈາກນັ້ນ, ຈຶ່ງໄດ້ໄປ ລາຍງານເຈົ້າໜ້າທີ່ ກຸ່ມອີ່ໄລ ແລະ ປກສ ບ້ານເປີກ ແລະ ເຈົ້າ ໜ້າທີ່ສາມາດກັກຕົວ ນາງ ໜິງ ອາຍຸ 19 ປີ ຢູ່ບ້ານນາງ່າ ເມືອງ ນາຊາຍທອງ. ຈາກນັ້ນ, ຂະຫຍາຍຜົນສາມາດກັກຕົວ ທ້າວ ວົງທອງ ອາຍຸ 25 ປີ ຢູ່ບ້ານບົວ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ມາດໍາເນີນຄະດີ.