ຄະນະບໍລິຫານງານຊາວໜຸ່ມກົມສື່ສານ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງ ພັທ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ, ເປັນປະທານຂອງ ພັທ ພອນແກ້ວ ຄຳພິລາວົງ ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີຄະນະບໍລິຫານງານຊາວໜຸ່ມກົມສື່ສານ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພັທ ຄຳຜາ ພົມມະສອນ ເລຂາຄະນະບໍລິຫານງານຊາວໜຸ່ມກົມສື່ສານ ກ່າວວ່າ: 6 ເດືອນຕົ້ນປີ 2018 ຄະນະບໍລິຫານງານຊາວໜຸ່ມກົມສື່ສານ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກຊາວໜຸ່ມປະຕິບັດວຽກງານວິຊາສະເພາະ ທີ່ຂັ້ນເທິງມອບໝາຍໃຫ້ແມ່ນມີຜົນສຳເລັດຕາມລະດັບຄາດໝາຍ ເຊັ່ນ: ໄດ້ເຮັດບົດສະຫຼຸບປະຈຳອາທິດ, ປະຈຳເດືອນ ແລະ ປະຈຳ 6 ເດືອນຂອງກົມໄດ້ 31 ສະບັບ, ໄດ້ກວດກາ ແລະ ເອົາເອກະສານເຂົ້າເຊັນຈຳນວນ 218 ສະບັບ, ຮັບເອກະສານຂາເຂົ້າຈຳນວນ 133 ສະບັບ ແລະ ຂາອອກຈຳນວນ 341 ສະບັບ, ອັດເອກະສານ 3.561 ສະບັບ, ຮັບແຂກທີ່ມາພົວພັນວຽກຢູ່ກົມມີ 55 ຄັ້ງ; ເປັນເຈົ້າການເຂົ້າຮ່ວມການປະຈຳການວິຊາສະເພາະຕະຫຼອດ 24 ຊົ່ວໂມງ ແລະ ຕິດຕາມສະພາບການຕິດຕໍ່ຂອງບັນດາຫ້ອງສາຍໃນທົ່ວປະເທດເປັນປົກກະຕິ, ຂຶ້ນຜຽນຕິດຕໍ່ສື່ສານບັນດາຫ້ອງສາຍໃນທົ່ວປະເທດໄດ້ທັງໝົດ 43.784 ຜຽນ, ຮັບ-ສົ່ງໂທລະເລກໄດ້ 936 ສະບັບ, ເປີດຕູ້ໄປສະນີ 2 ຄັ້ງ, ອັບເດດຂ່າວຂຶ້ນເວບໄຊກະຊວງ ປກສ 85 ຂ່າວ, ປະກອບເຄື່ອງອຸປະກອນເຕັກນິກ ໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນຕາມການຊີ້ນຳຂອງຄະນະພັກ-ຄະນະກົມ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ເຂົ້າໂປແກຼມໃຫ້ບັນດາກົມກອງອ້ອມຂ້າງກະຊວງ ຈຳນວນ 480 ເຄື່ອງ; ນອກນີ້, ຍັງໄດ້ສ້າງຂະບວນການຕ່າງໆ ເປັນຕົ້ນແມ່ນອອກແຮງງານອະນາໄມລວມພາຍໃນຄ້າຍ ແລະ ກົມກອງ 7 ຄັ້ງ, ເຂົ້າຮ່ວມແຂງຂັນກິລາອ້ອມຂ້າງກະຊວງ ປກສ 1 ຄັ້ງ.

ທິດທາງແຜນການ 6 ເດືອນທ້າຍປີ 2018 ຄະນະບໍລິຫານງານຊາວໜຸ່ມກົມສື່ສານ ຈະສືບຕໍ່ຊີ້ນຳ-ນຳພາສະມາຊິກຊາວໜຸ່ມ, ຕັ້ງໜ້າປະກອບສ່ວນໃນການປະຕິບັດວຽກງານວິຊາສະເພາະ ແລະ ບັນດາໂຄງການຂອງກະຊວງຕາມການມອບໝາຍຂອງຂັ້ນເທິງໃຫ້ສຳເລັດ, ເປັນເຈົ້າການເຂົ້າຮ່ວມປະຈຳການຕະຫຼອດ 24 ຊົ່ວໂມງ ຂອງວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ, ປິດລັບ, ຊັດເຈນ ທັງຮັບປະກັນເປັນເສນາໃຫ້ແກ່ຂັ້ນເທິງ, ເອົາໃຈໃສ່ຍົກລະດັບວິຊາສະເພາະດ້ານຕ່າງໆຂອງສະມາຊິກຊາວໜຸ່ມຕາມການຕົກລົງຂອງຂັ້ນເທິງ ແລະ ທຶນສ່ວນຕົວຕາມເງື່ອນໄຂ ເພື່ອຍົກລະດັບຂອງຕົນໃຫ້ສູງຂຶ້ນເທື່ອລະກ້າວ, ຕັ້ງໜ້າປະກອບສ່ວນແຂ່ງຂັນດ້ານວຽກງານວິຊາສະເພາະໃຫ້ເປັນຂະບວນຟົດຟື້ນ; ພ້ອມປະຕິບັດຂໍ້ແຂ່ງຂັນ 4 ບຸກທີ່ຄະນະບໍລິຫານຊາວ ໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ໄດ້ຮັບຜົນສຳເລັດ.